ການແຂ່ງຂັນເທັນນິສ ແກຣນສະແລມ ຢູເອັສ ໂອເພັນ 2022 ທີ່ນິວຢ໊ອກ ສະຫະລັດ ອາເມຣິກາ ປະເພດຊາຍດ່ຽວ ຮອບທີ 4 ຫລື ຮອບ 16 ຄົນສຸດທ້າຍ ຣາຟາເອວ ນາດາວ ແຊ້ມແກຣນສູງສຸດ 22 ສະໄໝ ມື 2 ຂອງລາຍການ ຈາກແອັສປາຍ ເສຍໃຫ້ ຟຣານເຊັສ ເທຍໂຟ ມື 22 ຂອງລາຍການຈາກເຈົ້າພາບ 1-3 ເຊັດ: 4-6, 6-4, 4-6, 3-6 ນາດາວ ເສຍນັດທຳອິດໃນແກຣນສະແລມປີນີ້ ພ້ອມກັບເສຍໃຫ້ ເທຍໂຟ ເປັນຄັ້ງທຳອິດຈາກ 3 ຄັ້ງທີ່ພົບກັນ.
ຟຣານເຊັສ ເທຍໂຟ ເຂົ້າຮອບ 8 ຄົນສຸດທ້າຍ ຢູເອັສ ໂອເພັນເປັນຄັ້ງທຳອິດ ໄປພົບກັບ ອັງເດຣ ຣູເບັຟ ມື 9 ຂອງລາຍການ ຈາກຣັດເຊຍ ທີ່ຊະນະ ຄາເມຣ້ອນ ນໍຣີ້ ຈາກສະຫະຣາຊອານາຈັກ ມື 7 ຂອງລາຍການ 3-0 ເຊັດ: 6-4 ທັງສາມເຊັດ.
Photo: US Open Tennis Championships