ທັບສິງຟ້າ ເຊວຊີ ທີມຊັ້ນນຳໃນສັງວຽນ ພຣີເມ່ຍລີກ ອັງກິດ ໄດ້ແຕ່ງຕັ້ງ ແຟັງ ແລມພ໊າດ ອະດີດກອງກາງຂອງທີມ ກັບມາຄຸມທີມຊົ່ວຊາວ ໃນສັນຍາໄລຍະສັ້ນ ຈົນຈົບລະດູການນີ້ ເຊິ່ງ ແລມພ໊າດ ກໍພ້ອມຮັບຕຳແໜ່ງນີ້.
ແລມພ໊າດ ຫາກໍແຍກທາງກັບ ເອຟເວີຕັນ ໃນທ້າຍເດືອນມັງກອນຜ່ານມາ ຫລັງພາທີມຜົນງານຕົກຕໍ່າ, ຜ່ານມາ ແລມພ໊າດ ເຄີຍຄຸມ ເຊວຊີ ມາແລ້ວຄັ້ງໜຶ່ງໃນລະຫວ່າງຕົ້ນເດືອນກໍລະກົດ ປີ 2019 ຫາທ້າຍເດືອນມັງກອນ ປີ 2021 ແຕ່ຖືກປົດອອກຈາກຕຳແໜ່ງຍ້ອນພາທີມຟອມຕົກ.
ການມາຄັ້ງນີ້ຂອງ ແລມພ໊າດ ແມ່ນການກັບມາຊ່ວຍທີມຊົ່ວຄາວ ກ່ອນຈະຫາຜູ້ຈັດການທີມໃໝ່ໄດ້ ໂດຍມີຂ່າວວ່າ ເຊວຊີ ສົນໃຈຫລາຍຄົນ ເປັນຕົ້ນ ລຸຍ ເອັນຣີເກ້ ອະດີດຄູຝຶກ ບາຣຊ້າ ແລະ ທີມຊາດແອັສປາຍ, ຢູລຽນ ນາເກວສະມັນ ອະດີດຄູຝຶກ ບາເຢິນ ມິວນິກ ລວມທັງ ຊີເນດິນ ຊີດານ ອະດີດຄູຝຶກ ຣຽວ ມາດຣິດ ແລະ ອັນໂຕນີໂອ ຄອນເຕ້ ອະດີດຄູຝຶກຂອງທີມ ທີ່ຫາກໍຖືກ ສະເປີ ປົດອອກຈາກຕຳແໜ່ງ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Fabrizio Romano