ການແຂ່ງຂັນເຕະບານ ໂຄປ້າ ອີຕາເລຍ ລະດູການ 2022-23 ຮອບ 4 ທີມສຸດທ້າຍ ນັດທີສອງ ຄູ່ທີສອງ ຄືນວັນທີ 5 ເມສາຜ່ານມາ, ເຄຣໂມເນເຊ່ ທີມທ້າຍຕາຕະລາງ ເຊຣີອາ ເຂົ້າຮອບ 4 ທີມ ໃນຮອບ 36 ປີ ພົບກັບ ຟິອໍເຣນຕິນ້າ ແຊ້ມ 6 ສະໄໝ, ປະກົດວ່າ: ເຄຣໂມເນເຊ່ ຕ້ານບໍ່ຢູ່ ເສຍໃຫ້ ຟິອໍເຣນຕິນ້າ 0-2 ທີມຢາມໄດ້ປະຕູຈາກ: ອາເທີ ຄາບຣາວ ນາທີ 20′ ແລະ ນິໂຄລັສ ຄອນຊາເລັຊ ສັງຫານຈຸດໂທດ ນາທີ 75′. ນັດທີສອງ ຈະກັບໄປຫລິ້ນທີ່ບ້ານຂອງ ຟິອໍເຣນຕິນ້າ ວັນທີ 27 ເມສານີ້.
ທີມໃດຊະນະ ຮອບຊິງຊະນະເລີດ ຈະພົບກັບຜູ້ຊະນະລະຫວ່າງ ຢູເວັນຕຸສ ແຊ້ມສູງສຸດ 14 ສະໄໝ ຮອງແຊ້ມລະດູການຜ່ານມາ ຫລື ອິນເຕີ ມິລານ ແຊ້ມເກົ່າ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Lega Serie A