ການແຂ່ງຂັນເຕະບານ DFB-Pokal ເຢຍລະມັນ ລະດູການ 2022-23 ຮອບ 8 ທີມສຸດທ້າຍ ຄືນວັນທີ 5 ເມສາຜ່ານມາ, ແຊ້ມເກົ່າ ອາຣແບ ໄລຊິກ ເປີດບ້ານພົບ ເສືອເຫລືອງ ໂບຣຸສເຊຍ ດັອດມຸນ ແຊ້ມ 5 ສະໄໝ, ນັດນີ້ ແຊ້ມເກົ່າ ເປັນຝ່າຍເຮັດໄດ້ດີກວ່າ ເອົາຊະນະ ດັອດມຸນ 2-0 ໄດ້ປະຕູຈາກ: ຕີໂມ ແວເນີ ນາທີ 22′ ແລະ ວິວ ອໍບານ ທ້າຍເກມ ນາທີ 90+8′.
ຂະນະທີ່ ສະຕຸດກ໊າດ ບຸກຊະນະ ເນີນແບກ 1-0, ຮອບ 4 ທີມສຸດທ້າຍ ປະກອບມີ: ແຊ້ມເກົ່າ ໄລຊິກ, ສະຕຸດກ໊າດ, ໄຟຣບວກ ແລະ ໄອແທັກ ແຟັງເຟີດ ຈະຈັບສະຫລາກວັນທີ 9 ເມສານີ້ ແລະ ຈະແຂ່ງຂັນໃນວັນທີ 2 ແລະ 3 ພຶດສະພາ 2023.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: The DFB-Pokal