ຄາຣິມ ເບັນເຊມ້າ ຊັດແຮັດທິກ ພາ ຣຽວ ມາດຣິດ ຖະຫຼົ່ມ ບາຣເຊໂລນ້າ 4-0! ເຂົ້າຊິງຊະນະເລີດ ໂຄປ້າ ເດວເຣ ພົບກັບ ໂອຊາຊູນ້າ

ການແຂ່ງຂັນເຕະບານ ໂຄປ້າ ເດວເຣ ແອັສປາຍ ຮອບ 4 ທີມສຸດທ້າຍ ຄູ່ທີສອງ ນັດທີສອງ ຄືນວັນທີ 5 ເມສາຜ່ານມາ, ເກມ ເອວ ກລາຊີໂກ້ ຣຽວ ມາດຣິດ ແຊ້ມ 19 ສະໄໝ ບຸກໄປຢາມ ບາຣເຊໂລນ້າ ແຊ້ມສູງສຸດ 31 ສະໄໝ, ນັດທີ 1 ບາຣຊ້າ ບຸກຊະນະ ມາກ່ອນ 1-0.

ນັດນີ້ ເປັນທີມຢາມ ຣຽວ ມາດຣິດ ໃຊ້ໂອກາດໄດ້ຄົມກວ່າ ບາຣເຊໂລນ້າ ທວງຄືນໄດ້ເຖິງ 4 ປະຕູ ຈາກ: ວີນີຊີອຸສ ຈູເນ່ຍ ນາທີ 45+1′, ມາເຄິ່ງຫລັງ ທີມຢາມມາໄດ້ເພີ່ມອີກ 3 ປະຕູຈາກ ຄາຣິມ ເບັນເຊມ້າ ຍິງແຮັດທິກ ນາທີ 50′, ຍິງຈຸດໂທດ ນາທີ 58′ ແລະ ປິດທ້າຍ ນາທີ 80′. ຈົບເກມ ຣຽວ ມາດຣິດ ບຸກຊະນະ ບາຣເຊໂລນ້າ 4-0 ລວມຜົນ 2 ນັດ ມາດຣິດ ຊະນະ 4-1.

ມາດຣິດ ເຂົ້າຮອບຊິງຊະນະເລີດ ໂຄປ້າ ເດວເຣ ເປັນຄັ້ງທີ 40 ໄປລຸ້ນແຊ້ມສະໄໝທີ 20 ກັບ ໂອຊາຊູນ້າ ອະດີດຮອງແຊ້ມ 1 ສະໄໝ ທີ່ເອົາຊະນະ ແອັດເລຕິກ ບິວເບົາ ແຊ້ມ 23 ສະໄໝ ລວມຜົນສອງນັດ 2-1, ຮອບຊິງຊະນະເລີດ ຈະແຂ່ງຂັນໃນວັນທີ 6 ພຶດສະພາ 2023 ຢູ່ສະໜາມ Estadio Olímpico de Sevilla.

ໄຮໄລ້ການແຂ່ງຂັນ:

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Real Madrid C.F.

Leave a Reply

Your email address will not be published. Required fields are marked *