ການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ນັດຕົກຄ້າງ ຄືນວັນທີ 6 ເມສາຜ່ານມາ 2 ຄູ່, ແມນເຊັສເຕີ ຢູໄນເຕັດ ເປີດບ້ານເອົາຊະນະ ເບັນຟອດ 1-0 ຈາກປະຕູໄຊຂອງ ມາຣຄັສ ຣາຊຟອດ ນາທີ 27′.
ສ່ວນ ນິວຄາສເຊິນ ບຸກຊະນະ ເວັສແຮມ 5-1, ນິວຄາສເຊິນ ໄດ້ປະຕູຈາກ ຄາລຳ ວິວຊັນ 2 ປະຕູ, ໂຈລິນຕັ່ນ 2 ປະຕູ ແລະ ອາເລັກຊານເດີ ອີຊັກ ໜຶ່ງປະຕູ, ສ່ວນ ເວັສແຮມ ໄດ້ປະຕູຈາກ ຄຣຸດ ຊູມ້າ.
ນິວຄາສເຊິນ ຢູ່ອັນດັບ 3 ຕໍ່ໄປ ແຂ່ງ 28 ນັດ ມີ 53 ຄະແນນເທົ່າກັບ ແມນຢູ ອັນດັບ 4 ແຕ່ປະຕູໄດ້-ເສຍ ດີກວ່າ ນິວຄາສເຊິນ +26 ປະຕູ, ແມນຢູ +5 ປະຕູ, ຕາມຫລັງ ຊິຕີ້ ອັນດັບສອງ 11 ຄະແນນ ແລະ ຕາມຫລັງ ອາຣເຊນໍລ ທີມນຳ 19 ຄະແນນ. ຂະນະທີ່ ເບັນຟອດ ຢູ່ອັນດັບທີ 9 ມີ 43 ຄະແນນເທົ່າກັບ ລິເວີພູລ, ສ່ວນ ເວັສແຮມ ຢູ່ອັນດັບ 15. ນັດຕໍ່ໄປທັງສອງທີມຈະພົບກັນອີກໃນວັນທີ 8 ກຸມພານີ້ ທີ່ບ້ານຂອງ ເບັນຟອດ.
ນັດຕໍ່ໄປ ວັນທີ 8 ເມສານີ້ ແມນຢູ ພົບ ເອຟເວີຕັນ ເວລາ 18:30 ໂມງ, ນິວຄາສເຊິນ ພົບ ເບັນຟອດ ເວລາ 21:00 ໂມງ ແລະ ຟູແລມ ພົບ ເວັສແຮມ ເວລາ 21:00 ໂມງ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Manchester united, Newcastle united