ຣິຊ ເຈມສ໌ ແບັກຂວາຈອມບຸກທີມຊາດອັງກິດ ໄວ 22 ປີ ຕົກລົງຕໍ່ສັນຍາກັບຕົ້ນສັງກັດ ເຊວຊີ ອີກ 3 ປີ ຈາກສັນຍາເກົ່າຮອດປີ 2025 ໄປເຖິງປີ 2028, ຣິຊ ເຈມສ໌ເປັນເດັກປັ້ນຂອງ ເຊວຊີ ກ້າວຂຶ້ນທີມຊຸດໃຫຍ່ໃນປີ 2018 ລົງຫລິ້ນ 128 ນັດ ຍິງ 10 ປະຕູ, ຊ່ວຍທີມໄດ້ແຊ້ມ ຢູຟ້າ ແຊ້ມປ້ຽນລີກ ແລະ ຢູຟ້າ ຊຸບເປີຄັບ ຢ່າງລະໜຶ່ງສະໄໝ, ຮອງແຊ້ມເອຟເອຄັບ 3 ສະໄໝຕິດຕໍ່ກັນ ແລະ ຮອງແຊ້ມລີກຄັບ ໜຶ່ງສະໄໝ.
Photo: Chelsea Football Club