ຜນການຈັບສະຫຼາກແບ່ງກຸ່ມ ການແຂ່ງຂັນເຕະບານຊາຍ ໃນ ຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ລະຫວ່າງວັນທີ 5-17 ພຶດສະພາ 2023, ຜົນປະກົດວ່າ: ທີມຊາຍ ທີມຊາດລາວ ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ ແຊ້ມເກົ່າ, ໄທ ຮອງແຊ້ມ, ມາເລເຊຍ ແລະ ສິງກະໂປ. ສ່ວນກຸ່ມ A ປະກອບມີ: ກຳປູເຈຍ ເຈົ້າພາບ, ອິນໂດເນເຊຍ, ມຽນມາ, ຟິລິບປິນ ແລະ ຕິມໍ-ເລສເຕ
ການແຂ່ງຂັນເຕະບານຊາຍຈະແຂ່ງຂັນລະຫວ່າງ 29 ເມສາ – 16 ພຶດສະພາ 2023, ກຸ່ມ A ຈະແຂ່ງຂັນຢູ່ສະໜາມ ໂອລິມປິກ, ສ່ວນກຸ່ມ B ຈະແຂ່ງຂັນຢູ່ສະໜາມ ປຣິ້ນ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Seagames, Lff