ອາເລັກຊານດ້າ ມິໂຕວິກ ສູນໜ້າທີມຊາດແຊັກບີ້ ຂອງສະໂມສອນ ຟູແລ່ມ ຖືກສະມາຄົມບານເຕະອັງກິດ ຫລື ເອຟເອ ລົງໂທດຫ້າມລົງຫລິ້ນ 8 ນັດ ຈາກກໍລະນີສະແດງພຶດຕິກຳບໍ່ເໝາະສົມ ລະເບີດອາລົມໃສ່ຜູ້ຕັດສິນ ໃນເກມ ເອຟເອຄັບ ຮອບ 4 ທີມສຸດທ້າຍທີ່ ຟູແລ່ມ ບຸກເສຍໃຫ້ ແມນຢູ 1-3 ໃນວັນທີ 19 ມີນາຜ່ານມາ.
ມິໂຕວິກ ສະແດງພຶດຕິກຳດັ່ງກ່າວ ຍ້ອນບໍ່ພໍໃຈທີ່ຜູ້ຕັດສິນຈົກບັດແດງໃຫ້ ວິນລ້ຽນ ເພື່ອນຮ່ວມທີມ ຈຶ່ງລະເບີດອາລົມໃສ່ຜູ້ຕັດສິນ, ພ້ອມກັນນີ້ ມິໂຕວິກ ຍັງຖືກປັບໄໝອີກ 75,000 ປອນ, ຂະນະທີ່ ມາຣໂກ ຊິນວາ ຜູ້ຈັດການທີມ ຟູແລ່ມ ທີ່ຖືກບັດແດງໃນນັດດຽວກັນ ຈາກການໃຊ້ວາຈາບໍ່ສຸພາບໃສ່ກຳມະການ ກໍຖືກລົງໂທດຫ້າມຄຸມທີມຂ້າງສະໜາມ 2 ນັດ ແລະ ປັບໄໝ 40,000 ປອນ, ດ້ານສະໂມສອນ ຟູແລ່ມ ກໍຖືກປັບໄໝ 40,000 ປອນ ຍ້ອນບໍ່ສາມາດຄວບຄຸມອາລົມຂອງຄູຝຶກ ແລະ ນັກເຕະ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: FA Cup