ພັອດເຕີ ໄດ້ເງິນຊົດເຊີຍຈາກ ເຊວຊີ 13 ລ້ານປອນ ເທົ່າກັບ ໂທມັສ ທູເຄິນ!

ແກຣມ ພັອດເຕີ ຜູ້ຈັດການທີມຊາວອັງກິດ ໄວ ປີ ໄດ້ຮັບເງິນຊົດເຊີຍຈາກ ເຊວຊີ ປະມານ 13 ລ້ານປອນ ພາຍຫລັງຖືກປົດອອກຈາກຕຳແໜ່ງຜູ້ຈັດການທີມໃນທ້າຍອາທິດຜ່ານມາ ຫລັງພາທີມເສຍຄາບ້ານໃຫ້ ແອັສຕັນ ວິນລ້າ 0-2, ຕາມສັນຍາຂອງ ພັອດເຕີ ທີ່ເຊັນໄວ້ກັບ ເຊວຊີ 5 ປີ ຖ້າເບິ່ງຕົວເລກຄ່າແຮງງານທີ່ເຫລືອ ພັອດເຕີ ຈະໄດ້ຄ່າຊົດເຊີຍປະມານ 50 ລ້ານປອນ ເປັນສະຖິຕິໂລກ ແຕ່ຄ່າຊົດເຊີຍບໍ່ເປັນແບບນັ້ນ, ເພາະຜົນງານຂອງ ພັອດເຕີ ບໍ່ໄດ້ດັ່ງຄາດໝາຍ ຈຶ່ງໄດ້ຄ່າຊົດເຊີຍພຽງ 13 ລ້ານປອນ ເທົ່າກັບ ຜູ້ຈັດການທີມເກົ່າ ໂທມັສ ທູເຄິນ ເປັນຄູຝຶກທີ່ໄດ້ຄ່າຊົດເຊີຍສູງອັນດັບ 8 ຂອງໂລກ.

ສ່ວນ ຄູຝຶກ ທີ່ໄດ້ຄ່າຊົດເຊີຍຈາກການຖືກປົດອອກຈາກຕຳແໜ່ງຫລາຍສຸດແມ່ນ ອັນໂຕນີໂອ ຄອນເຕ້ ສະໄໝຄຸມ ເຊວຊີ ໄດ້ຮັບ 26,6 ລ້ານປອນ, ອັນດັບສອງ ໂຈເຊ່ ມູຣິນໂຢ້ ສະໄໝຄຸມ ແມນຢູ ໄດ້ຮັບ 19,6 ລ້ານປອນ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Chelsea

Leave a Reply

Your email address will not be published. Required fields are marked *