ໂອລີ້ ວັດກິ້ນ ສູນໜ້າທີມຊາດອັງກິດ ໄວ 27 ປີ ເພີ່ມສະຖິຕິຍິງປະຕູນອກບ້ານໃນ ພຣີເມ່ຍລີກ 6 ນັດຕິດຕໍ່ກັນ ໃຫ້ຕົ້ນສັງກັດ ແອັສຕັນ ວິນລ້າ ໂດຍນັດຫລ້າສຸດ ຍິງໜຶ່ງປະຕູ ພາ ວິນລ້າ ບຸກຊະນະ ເລັສເຕີ ຊິຕີ້ 2-1 ເກມລີກກາງອາທິດນີ້ ສະຫລອງການລົງຫລິ້ນ 100 ນັດ ໃນພຣີເມ່ຍລີກ, ກ່ອນໜ້ານີ້ ວັດກິ້ນ ໄດ້ທຳລາຍສະຖິຕິຂອງ ດີໄວ້ ຢັອກ ອະດີດຕຳນານສູນໜ້າຂອງທີມ ທີ່ສ້າງໄວ້ 4 ນັດຕິດຕໍ່ກັນ.
ຂະນະນີ້ ວັດກິ້ນ ຟອມກຳລັງເດັ່ນ ຍິງ 8 ປະຕູ ຈາກ 10 ນັດຫລັງສຸດ ພາທີມລຸ້ນໂຄຕ້າບານເອີຣົບຕໍ່ໄປໃນ ນັດທີ່ເຫລືອ ປະຈຸບັນ ວິນລ້າ ມີ 44 ຄະແນນ ຈາກ 29 ນັດ ຢູ່ອັນດັບທີ 7 ຕາມຫລັງ ໂຄຕ້າ ຢູໂຣປ້າລີກ 2 ຄະແນນ ແລະ ຕາມຫລັງ ພື້ນທີ່ແຊ້ມປ້ຽນລີກ 6 ຄະແນນ, 9 ນັດສຸດທ້າຍຂອງ ວິນລ້າ ໃນພຣີເມ່ຍລີກ ລະດູການນີ້ ຈະພົບກັບ ນັອດຕິ້ງແຮມ ຟໍເຣັສ, ນິວຄາສເຊິນ, ເບັນຟອດ, ຟູແລ່ມ, ແມນຢູ, ວູຟແຮມຕັນ, ສະເປີ, ລີເວີພູລ ແລະ ໄບຣຕັ້ນ.
ຜົນງານຂອງ ອູໄນ ເອເມຣີ້ ຜູ້ຈັດການທີມໃໝ່ຊາວແອັສປາຍ ທີ່ເຂົ້າມາແທນ ສະຕີເວັນ ເຈີຣາດ ດີຂຶ້ນເລື້ອຍໆ ພາທີມຊະນະນັອກບ້ານ 6 ຈາກ 8 ນັດ, ລວມແລ້ວຄຸມທີມ 18 ນັດ ຊະນະ 10 ສະເໝີ 2 ເສຍ 6 ສະເລ່ຍໂອກາດຊະນະຕໍ່ນັດ 55.6%.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Premier League