ລຸກ ຊໍລ ແບັກຊ້າຍທີມຊາດອັງກິດ ໄວ 27 ປີ ຕົກລົງຕໍ່ສັນຍາກັບຕົ້ນສັງກັດ ແມນເຊັສເຕີ ຢູໄນເຕັດ ຈົນເຖິງເດືອນມິຖຸນາປີ 2027 ພາຍຫລັງສັນຍາສະບັບເກົ່າຈະໝົດລົງໃນປີໜ້າ, ລຸກ ຊໍລ ຍ້າຍຈາກ ເຊົາແທ່ມຕັນ ມາຢູ່ກັບ ທັບປີສາດແດງ ໃນປີ 2014 ລົງຫລິ້ນ 249 ນັດ ຍິງ 4 ປະຕູ, ຊ່ວຍທີມໄດ້ແຊ້ມ ລີກຄັບ 2 ສະໄໝ, ຢູໂຣປ້າລີກ ແລະ ຄອມມູນີຕີ້ຊິວ ຢ່າງລະ 1 ສະໄໝ, ສະເພາະລະດູການນີ້ ໃນຍຸກຂອງ ເອຣິກ ເທັນຮ໊າກ ໄດ້ລົງຫລິ້ນ 36 ນັດລວມທຸກລາຍການ ຍິງໄດ້ 1 ປະຕູ 6 ແອັສຊິສ.
ສັນຍາສະບັບໃໝ່ຂອງ ລຸກ ຊໍລ ຍັງບໍ່ທັນເປີດເຜີຍເລື່ອງຄ່າແຮງງານ ຄາດວ່າອາດຈະໄດ້ເພີ່ມປະມານ 2 ແສນປອນຕໍ່ອາທິດ, ປະຈຸບັນໄດ້ຮັບ 150,000 ປອນຕໍ່ອາທິດ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Manchester united