ເຕະບານ ພຣີເມ່ຍລີກ ອັງກິດ ນັດຕົກຄ້າງ ຄືນວັນທີ 4 ເມສາຜ່ານມາ, ເຊວຊີ ທີ່ຫາກໍປົດຜູ້ຈັດການທີມ ແກຣມ ພັອດເຕີ ເປີດບ້ານພົບກັບ ລີເວີພູລ, ຜ່ານການແຂ່ງຂັນທັງສອງທີມເຈາະປະຕູກັນບໍ່ໄດ້ ສະເໝີກັນ 0-0 ທັງສອງທີມສະເໝີກັນ 6 ນັດຕິດຕໍ່ກັນ ແລະ ສະເໝີດ້ວຍຜົນ 0-0: 4 ນັດລວດ.
ຂະນະທີ່ ເລັສເຕີ ຊິຕີ້ ທີ່ຫາກໍປົດຜູ້ຈັດການທີມເຊັ່ນກັນ ເສຍຄາບ້ານໃຫ້ ແອັສຕັນ 1-2, ໄບຣຕັ້ນ ບຸກຊະນະ ບຣອນມັດ 2-0 ແລະ ລີດ ຊະນະ ນັອດຕິ້ງແຮມ ຟໍເຣັສ 2-1.
ເຊວຊີ ຢູ່ອັນດັບທີ 11 ມີ 39 ຄະແນນ ຈາກ 29 ນັດ ຕາມຫລັງ ພື້ນທີ່ແຊ້ມປ້ຽນລີກ 11 ຄະແນນ, ລີເວີພູລ ຢູ່ທີ 8 ມີ 43 ຄະແນນ ຈາກ 28 ນັດ ຕາມຫລັງ ພື້ນທີ່ແຊ້ມປ້ຽນລີກ 7 ຄະແນນ, ຂະນະທີ່ ໄບຣຕັ້ນ ຢູ່ທີ 6 ມີ 46 ຄະແນນ ຈາກ 27 ນັດ ຕາມຫລັງ ພື້ນທີ່ແຊ້ມປ້ຽນລີກ 4 ຄະແນນ, ວິນລ້າ ຫຍັບຂຶ້ນທີ 7 ມີ 44 ຄະແນນ ຈາກ 29 ນັດ ຍັງມີລຸ້ນໂຄຕ້າບານເອີຣົບ, ສ່ວນ ລີດ ຢູໄນເຕັດ ໄດ້ 3 ຄະແນນ ໜີຈາກພື້ນທີ່ຕົກຊັ້ນ ມີ 29 ຄະແນນ ຫ່າງຈາກພື້ນທີ່ຕົກຊັ້ນ 2 ຄະແນນ, 3 ທີມຢູ່ພື້ນທີ່ຕົກຊັ້ນມີ: ເຊົາແທ່ມຕັນ, ເລັສເຕີ ແລະ ບຣອນມັດ.
ສຳລັບຄືນມື້ນີ້ ມີແຂ່ງຂັນອີກ 2 ຄູ່: ເວັສແຮມ ພົບ ນິວຄາສເຊິນ ແລະ ແມນຢູ ພົບ ເບັນຟອດ ແຂ່ງພ້ອມກັນ ເວລາ 2:00.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Aston villa