ເກີດ 3 ບັດແດງ! ຢູເວັນຕຸສ ສະເໝີ ອິນເຕີ 1-1 ຮອບ 4 ທີມສຸດທ້າຍ ນັດທີ 1 ໂຄປ້າ ອີຕາເລຍ

ການແຂ່ງຂັນເຕະບານ ໂຄປ້າ ອີຕາເລຍ ລະດູການ 2022-23 ຮອບ 4 ທີມສຸດທ້າຍ ນັດທີໜຶ່ງ ຄູ່ທີໜຶ່ງ ຄືນວັນທີ 4 ເມສາຜ່ານມາ, ຢູເວັນຕຸສ ແຊ້ມສູງສຸດ 14 ສະໄໝ ຮອງແຊ້ມລະດູການຜ່ານມາ ເປີດບ້ານພົບກັບ ອິນເຕີ ມິລານ ແຊ້ມເກົ່າ, ຄູ່ນີ້ເດີນເກມແລກກັນຢ່າງມ່ວນມັນ ແລະ ປະຕູມາເກີດຂຶ້ນທ້າຍເກມ ຢູເວ່ ເຈົ້າບ້ານມາໄດ້ປະຕູຈາກ ຮວນ ກວາດາໂດ້ ນາທີ 83′ ແຕ່ທີມຢາມ ມາໄດ້ຈຸດໂທດໄລຍະຕໍ່ເວລາບາດເຈັບ ນາທີ 90+5′ ຈາກຈັງຫວະບານຖືກແຂນຂອງ ເກສັນ ເບຣເມີ, ຈາກນັ້ນ ໂຣເມລູ ລູກາກູ ຮັບໜ້າທີ່ສັງຫານຈຸດໂທດ ເປັນປະຕູຕີສະເໝີ ແຕ່ໄດ້ບັດເຫລືອງທີສອງເປັນບັດແດງ ຍ້ອນໄປສະແດງທ່າດີໃຈເຍາະເຍີ້ຍໜ້າແຟນບານ ຢູເວ່, ແລະ ຫລັງສິ້ນສຽງໝາກຫວີດ ມີອີກ 2 ບັດແດງ ຈາກຈັງຫວະປະທະອາລົມກັນຂອງ ຮວນ ກວາດາໂດ້ ແລະ ຊາເມ່ຍ ຮັນດາໂນວິກ ຜູ້ຮັກສາປະຕູຂອງ ອິນເຕີ ຈົບເກມສະເໝີກັນ 1-1 ນັດທີສອງ ຈະແຂ່ງຂັນວັນທີ 26 ເມສານີ້.

ສ່ວນຄືນນີ້ ຈະແຂ່ງຂັນຮອບ 4 ທີມສຸດທ້າຍ ນັດທີໜຶ່ງ ຄູ່ທີສອງ ລະຫວ່າງ ເຄຣໂມເນເຊ່ ທີ່ເຂົ້າຮອບ 4 ທີມສຸດທ້າຍ ໃນຮອບ 36 ປີ ພົບກັບ ຟິອໍເຣນຕິນ້າ ແຊ້ມ 6 ສະໄໝ ເວລາ: 2:00.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: JuventusFC, Inter

Leave a Reply

Your email address will not be published. Required fields are marked *