ໂອຊາຊູນ້າ ຊະນະ ບິວເບົາ ເຂົ້າຊິງຊະນະເລີດ ໂຄປ້າ ເດວເຣ ຄັ້ງທີ 2 ໃນຮອບ 18 ປີ

ການແຂ່ງຂັນເຕະບານ ໂຄປ້າ ເດວເຣ ແອັສປາຍ ຮອບ 4 ທີມສຸດທ້າຍ ຄູ່ທີໜຶ່ງ ນັດທີສອງ ຄືນວັນທີ 4 ເມສາຜ່ານມາ, ແອັດເລຕິກ ບິວເບົາ ແຊ້ມ 23 ສະໄໝ ເປີດບ້ານພົບກັບ ໂອຊາຊູນ້າ ອະດີດຮອງແຊ້ມ 1 ສະໄໝ, ນັດທີໜຶ່ງ ໂອຊາຊູນ້າ ຊະນະມາກ່ອນ 1-0 ນັດນີ້ ບິວເບົາ ກໍຊະນະຄືນ 1-0 ຈາກ: ອີນາກີ້ ວິນລ້ຽມ ນາທີ 33′ ລວມຜົນສອງນັດ ສະເໝີກັນ 1-1 ມາສູ້ກັນຕໍ່ໄລຍະຕໍ່ເວລາພິເສດອີກ 30′ ແລະ ເປັນ ໂອຊາຊູນ້າ ມາໄດ້ປະຕູໄຊຈາກ ປາໂບ ອີບາເນັຊ ນາທີ 116′.

ໂອຊາຊູນ້າ ເຂົ້າຮອບຊິງຊະນະເລີດ ໂຄປ້າ ເດວເຣ ເປັນຄັ້ງທີ 2 ໃນຮອບ 18 ປີ ຕໍ່ຈາກລະດູການ ໄປລຸ້ນແຊ້ມສະໄໝທຳອິດກັບຜູ້ຊະນະລະຫວ່າງ ບາຣເຊໂລນ້າ ແຊ້ມສູງສຸດ 31 ສະໄໝ ຫລື ຣຽວ ມາດຣິດ ແຊ້ມ 19 ສະໄໝ ທີ່ຈະລົງແຂ່ງນັດທີສອງ ຄືນວັນທີ 5 ເມສານີ້ ເວລາ 2:00 ນັດທີໜຶ່ງ ບາຣຊ້າ ບຸກຊະນະມາກ່ອນ 1-0.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: C. A. OSASUNA

Leave a Reply

Your email address will not be published. Required fields are marked *