ການແຂ່ງຂັນເຕະບານ DFB-Pokal ເຢຍລະມັນ ລະດູການ 2022-23 ຮອບ 8 ທີມສຸດທ້າຍ ຄືນວັນທີ 4 ເມສາຜ່ານມາ, ທັບເສືອໃຕ້ ບາເຢິນ ມິວນິກ ແຊ້ມສູງສຸດ 20 ສະໄໝ ເປີດບ້ານພົບກັບ ໄຟຣບວກ ຮອງແຊ້ມລະດູການຜ່ານມາ, ບາເຢິນ ເລີ່ມຕົ້ນດີ ອອກນຳກ່ອນຈາກ ດາໂຢ້ ອູປາເມກາໂນ້ ນາທີ 19′, ແຕ່ຖືກທີມຢາມໄລ່ຕີສະເໝີໃນ 8′ ນາທີຕໍ່ມາຈາກການຍິງໄກຂອງ ນິໂຄລັສ ຮັອຟເລີ, ເຄິ່ງຫລັງ ບາເຢິນ ມີໂອກາດຍິງປະຕູຫລາຍຄັ້ງແຕ່ຂາດຄວາມຄົມ, ທ້າຍເກມໄລຍະຕໍ່ເວລາບາດເຈັບນາທີ 90+5′ ທີມຢາມມາໄດ້ຈຸດໂທດ ຈາກຈັງຫວະ ນິໂຄລັສ ຮັອຟເລີ ຍິງຖືກແຂນຂອງ ຢາມາວ ມູເຊຍລ້າ, ລູຄັສ ໂຮເລີ ຮັບໜ້າທີ່ສັງຫານ ເປັນປະຕູໄຊ ພາ ໄຟຣບວກ ບຸກຊະນະ ບາເຢິນ ແບບຫວຸດວິດ 2-1.
+ ໄຟຣບວກ ຊະນະ ບາເຢິນ ນັດທຳອິດຈາກ 14 ນັດຫລັງສຸດທີ່ພົບກັນ ແລະ ບາເຢິນ ບໍ່ສາມາດເຂົ້າຮອບ 4 ທີມສຸດທ້າຍ DFB-Pokal 3 ລະດູການຫລັງສຸດ.
ບາເຢິນ ມິວນິກ ພາຍໃຕ້ການຄຸມທີມຂອງ ຄູຝຶກໃໝ່ ໂທມັສ ຄູເຄິນ ພາທີມພາດແຊ້ມໄປ 1 ລາຍການໃນລະດູການນີ້ ຍັງເຫລືອລຸ້ນແຊ້ມ 2 ລາຍການຄື: ບຸນເດັສລີກ້າ ແລະ ຢູຟ້າ ແຊ້ມປ້ຽນລີກ.
ໃນຂະນະທີ່ ໄອແທັກ ແຟັງເຟີດ ແຊ້ມ 5 ສະໄໝ ເປີດບ້ານຊະນະ ຢູນ້ຽນ ເບີລິນ 2-0, ໃນຄືນນີ້ ຈະມີແຂ່ງຂັນອີກ 2 ຄູ່: ເສືອເຫລືອງ ໂບຣຸສເຊຍ ດັອດມຸນ ແຊ້ມ 5 ສະໄໝ ບຸກໄປຢາມ ແຊ້ມເກົ່າ ໄລຊິກ ເວລາ 1:45 ແລະ ເນີນແບກ ພົບ ສະຕຸດກ໊າດ ເວລາ 23:00.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: The DFB-Pokal
ໄຮໄລ້ການແຂ່ງຂັນ: