ເບັຊແຊັກຄີ້ ຄວ້າແຊ້ມ MotoGP ສະໜາມທຳອິດໃນອາຊີບ ມອບແຊ້ມໃຫ້ແກ່ ຣັອສຊີ້ ຕຳນານນັກຂັບຊາວອີຕາລີ

ການແຂ່ງຂັນລົດຈັກທາງລຽບ ຊິງແຊ້ມໂລກ ສະໜາມທີສອງ ຂອງປີ 2023 ລາຍການ ອາເຈນຕາຍ ຣີພັບລິກ ກຣັງປຣີ (Argentine Republic Grand Prix) ທີ່ສະໜາມ Autódromo Termas de Río Hondo ປະເທດອາກຊັງຕິນ ແຂ່ງຂັນໃນທ້າຍອາທິດຜ່ານມາ ຄວາມຍາວຕໍ່ຮອບ 4.806 ແມັດ ແຂ່ງທັງໝົດ 25 ຮອບ.

ປະກົດວ່າ: ມາຣໂກ້ ເບັຊແຊັກຄີ້ ຊາວອີຕາລີ ຈາກຄ້າຍດູຄາຕິ ໄວ 24 ປີ ຈາກທີມດູຄາຕິ ອອກໂຕເປັນຄົນທີສອງ ແຕ່ປະຄອງລົດຄູ່ໃຈເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 44 ນາທີ 28.518 ວິນາທີ ເອົາຊະນະ ໂຢຮັນ ຊາໂກ້ ຊາວຝຣັ່ງ ຈາກຄ້າຍດຽວກັນ 4 ກວ່າວິນາທີ, ເບັຊແຊັກຄີ້ ຄວ້າແຊ້ມ MotoGP ສະໜາມທຳອິດໃນອາຊີບ ມອບແຊ້ມນີ້ໃຫ້ແກ່ ວາເລັນຕີໂນ້ ຣັອສຊີ້ ແຊ້ມໂລກ MotoGP 7 ສະໄໝ ຕຳນານນັກຂັບຊາວອີຕາລີລຸ້ນອ້າຍ ເຈົ້າຂອງຄ້າຍດູຄາຕິ. ສ່ວນທີສາມເປັນຂອງ ອາເລັກ ມາເກັຊ ຊາວແອັສປາຍ ເຈົ້າຂອງຕຳແໜ່ງໂພໂປຊີຊັ່ນ ຕາມຫລັງເກືອບ 5 ວິນາທີ. ຂະນະທີ່ ຟຣານເຊັສໂກ້ ແບັກໄນອາ (ບານາຢ້າ) ແຊ້ມເກົ່າ ຊາວອີຕາລີ ແຊ້ມສະໜາມທຳອິດ ອອກໂຕເປັນຄົນທີສາມ ແຕ່ລົ້ມ ຈົບອັນດັບທີ 16.

ສ່ວນ ການແຂ່ງຂັນ Sprint 12 ຮອບ ອັນດັບທີໜຶ່ງ ເປັນຂອງ ແບຣດ ໄບເດີ ຊາວອັຟຟຣິກາໃຕ້ ຈາກທີມ KTM ເກັບ 12 ຄະແນນ, ທີສອງ ມາຣໂກ້ ເບັຊແຊັກຄີ້ ໄດ້ 9 ຄະແນນ ແລະ ທີສາມ ລູກ້າ ມາຣີນີ້ ໄດ້ 7 ຄະແນນ.

ສະຫລຸບຄະແນນນັກຂັບຜ່ານໄປສອງສະໜາມ ຜູ້ນຳແມ່ນ ມາຣໂກ້ ເບັຊແຊັກຄີ້ ມີ 50 ຄະແນນ, ທີສອງ ຟຣານເຊັສໂກ້ ແບັກໄນອາ (ບານາຢ້າ) ແຊ້ມເກົ່າ ມີ 41 ຄະແນນ, ທີສາມ ໂຢຮັນ ຊາໂກ້ ມີ 35 ຄະແນນ. ທີມຜູ້ສ້າງ ຜູ້ນຳແມ່ນ ດູຄາຕິ ມີ 71 ຄະແນນ, ທີສອງ KTM  ມີ 38 ຄະແນນ, ທີສາມ ອາພຣີເລຍ ມີ 32 ຄະແນນ.

ສຳລັບສະໜາມທີສາມ ລາຍການ Grand Prix of the Americas ທີ່ສະໜາມ Circuit of the Americas, Austin ປະເທດສະຫະລັດ ອາເມຣິກາ ຈະແຂ່ງຂັນທ້າຍອາທິດນີ້ ວັນທີ 14-16 ເມສານີ້.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: MotoGP

Leave a Reply

Your email address will not be published. Required fields are marked *