ດານິວ ແມັດເວເດັຟ ນັກເທັນນິສ ໄວ 27 ປີ ມື 5 ຂອງໂລກ ກາຍເປັນນັກເທັນນິສຊາຍຊາວຣັດເຊຍ ຄົນທີ 2 ໃນຮອບ 15 ປີ ສາມາດຄວ້າແຊ້ມ ເທັນນິສ ມາສເຕີ 1000 ລາຍການ Miami Open 2023 ທີ່ລັດຟໍຣິດ້າ, ສະຫະລັດອາເມຣິກາ ໃນທ້າຍອາທິດຜ່ານມາ ພາຍຫລັງຮອບຊິງຊະນະເລີດ ເອົາຊະນະ ຢານນິກ ຊິນເນີ ມື 10 ຂອງລາຍການ ຈາກອີຕາລີ ຮອງແຊ້ມປີ 2021: 2-0 ເຊັດ: 7-5, 6-3 ໄດ້ແຊ້ມລາຍການນີ້ ຄັ້ງທຳອິດ ແລະ ເປັນນັກເທັນນິສຊາຍຣັດເຊຍ ຄົນທີສອງ ທີ່ໄດ້ແຊ້ມລາຍການນີ້ ຕໍ່ຈາກ ນິໂຄລາຍ ດາວີເດັນໂກ້ ລຸ້ນອ້າຍໃນປີ 2008.
ແມັດເວເດັຟ ໄດ້ຮັບເງິນລາງວັນ 1,262,220 ໂດລາສະຫະລັດ, ຮອງແຊ້ມໄດ້ຮັບ 662,360 ໂດລາ, ການເປັນແຊ້ມລາຍການນີ້ ເຮັດໃຫ້ອັນດັບໂລກຂອງ ແມັດເວເດັຟ ຫຍັບຂຶ້ນໜຶ່ງອັນດັບ ມາຢູ່ທີ 4 ຂອງໂລກ ມີ 5,150 ຄະແນນ, ຂະນະທີ່ ຊິນເນີ ຫຍັບຂຶ້ນສອງອັນດັບ ມາຢູ່ທີ 9 ຂອງໂລກ ມີ 3,345 ຄະແນນ. ສ່ວນ ເບີ 1 ຂອງໂລກ ປ່ຽນມືມາເປັນ ໂນວັກ ໂຢໂຄວິກ ອີກຄັ້ງ ພາຍຫລັງ ຄາຣລັອສ ອາວຄາຣາຊ ຕົກຮອບ 4 ຄົນສຸດທ້າຍ Miami Open ປີນີ້, ໂນວັກ ມີ ມີ 7,160 ຄະແນນ, ອາວຄາຣາຊ ມີ 6,780 ຄະແນນ, ອັນດັບສາມຂອງໂລກ ຍັງຄົງທີ່ ສະເຕຟານັອສ ຊິດຊີປັສ ຈາກເກຣັກ ມີ 5,770 ຄະແນນ.
ປະເພດຍິງດ່ຽວ ເປຕ້າ ຄີໂຕວ້າ ພາຍຫລັງສ້າງປະຫວັດສາດ ກາຍເປັນນັກເທັນນິສຍິງຈາກສາທາລະນະລັດເຊັກ ຄົນທຳອິດ ໄດ້ແຊ້ມລາຍການນີ້ ຫລັງເອົາຊະນະ ນັກເທັນນິສຟອມເດັ່ນຈາກຄາຊັກສະຖານ ເອເລນ້າ ໄຣບາກີນ້າ 2-0 ເຊັດ: 7-6(16/14), 6-2 ຮັບເງິນລາງວັນເທົ່າກັບປະເພດຊາຍດ່ຽວ.
ຄີໂຕວ້າ ຫຍັບອັນດັບໂລກຂຶ້ນສອງອັນດັບ ກັບມາຢູ່ທັອບເທັນ ທີ 10 ຂອງໂລກ ມີ 3162 ຄະແນນ, ສ່ວນ ໄຣບາກີນ້າ ອັນດັບໂລກຍັງຄົງທີ່ ທີ 7 ມີ 4305 ຄະແນນ, ທີ 1-8 ຂອງໂລກຄົງທີ່: ອີກ້າ ສະເວຍເຕັກ, ອາຣີນ້າ ຊາບາເຣັນກ້າ, ເຈັສຊີກ້າ ເປກູລ້າ, ຄາໂຣລາຍ ກາເຊຍ, ອອນ ຈາເບີ, ໂກໂກ້ ກັອຟ, ເອເລນ້າ ໄຣບາກີນ້າ, ດາເລຍ ຄາຊາກີນ້າ, ທີ 9 ມາເຣ ຊັກກາຣີ.
ເທັນນິສຍິງໃນອາທິດນີ້ ມີແຂ່ງຂັນທີ່ ສະຫະລັດອາເມຣິກາ ແລະ ໂຄລົມບີ, ເທັນນິສຊາຍ ແຂ່ງຂັນທີ່ ອາເມຣິກາ, ມາຣົກ ແລະ ປັອກຕຸຍການ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Miami Open