ເຕະບານ ພຣີເມ່ຍລີກ ອັງກິດ ຄືນວັນຈັນທີ 3 ເມສາຜ່ານມາ 1 ຄູ່: ເອຟເວີຕັນ ທີມທ້າຍຕາຕະລາງ ເປີດບ້ານພົບ ສະເປີ ທີມອັນດັບ 5 ທັງສອງສູ້ກັນໄດ້ຢ່າງໃກ້ຄຽງສູສີ ແຕ່ມາເຖິງນາທີ 58′ ເອຟເວີຕັນ ເຈົ້າບ້ານ ເຫລືອຜູ້ຫລິ້ນ 10 ຄົນ ເມື່ອ ອັບດູລາຍ ດູກູເຣ່ ລະເບີດອາລົມເອົາມືຊົກໜ້າ ແຮຣີ້ ເຄນ ຜູ້ຕັດສິນໃຫ້ບັດແດງທັນທີ, ຈາກນັ້ນ ສະເປີ ມາໄດ້ຈຸດໂທດນາທີ 68′ ຈາກຈັງຫວະ ໄມເຄິນ ຄີນ ສະກັດ ຄຣິສຕຽນ ໂຣເມໂຣ້ ໃນເຂດໂທດ, ແຮຣີ້ ເຄນ ຮັບໜ້າທີ່ສັງຫານ ເປັນປະຕູຂຶ້ນນຳໃຫ້ ສະເປີ.
ຈາກນັ້ນທ້າຍເກມ ນາທີ 88′ ສະເປີ ເຫລືອຜູ້ຫລິ້ນ 10 ຄົນ ເມື່ອ ລູຄັສ ມູຣ້າ ເຈດຕະນາວາງດຸມໃສ່ ໄມເຄິນ ຄີນ ໄດ້ບັດແດງທັນທີ, ສອງນາທີຕໍ່ມາ ເອຟເວີຕັນ ມາໄດ້ປະຕູຕີສະເໝີຈາກການຍິງໄກຂອງ ໄມເຄິນ ຄີນ ນາທີສຸດທ້າຍ ຈົບເກມສະເໝີກັນ 1-1.
ສະເປີ ບວກເພີ່ມເປັນ 50 ຄະແນນເທົ່າກັບ ນິວຄາສເຊິນ ແລະ ແມນຢູ ແຕ່ ນິວຄາສເຊິນ ມີປະຕູໄດ້ເສຍດີກວ່າ +22 ຢູ່ອັນດັບສາມ, ສະເປີ ແຊງ ແມນຢູ ຂຶ້ນໄປຢູ່ທີ 4 ປະຕູໄດ້ເສຍ +12 ແມນຢູ +4 ແຕ່ ສະເປີ ແຂ່ງ 29 ນັດ ຫລາຍກວ່າ ນິວຄາສເຊິນ ແລະ ແມນຢູ ສອງນັດ ຍາດແຍ່ງໂຄຕ້າ ແຊ້ມປ້ຽນລີກ ຕໍ່ໄປ. ສ່ວນ ເອຟເວີຕັນ ມີ 27 ຄະແນນ ຈາກ 29 ນັດ ໜີຈາກອັນດັບທີ 19 ພື້ນທີ່ຕົກຊັ້ນ ມາຢູ່ທີ 15 ຫ່າງຈາກພື້ນທີ່ຕົກຊັ້ນ 1 ຄະແນນ.
ສຳລັບຄືນມື້ນີ້ ຈະມີແຂ່ງຂັນ 4 ຄູ່ຕົກຄ້າງ: ເຊວຊີ ພົບ ລີເວີພູລ ເວລາ 2:00, ບຣອນມັດ ພົບ ໄບຣຕັ້ນ, ລີດ ພົບ ນັອດຕິ້ງແຮມ ຟໍເຣັສ, ເລັສເຕີ ພົບ ແອັສຕັນ ວິນລ້າ ແຂ່ງພ້ອມກັນ ເວລາ 1:45.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Premier League