ປິ່ງປ່ອງທີມຍິງ U19 ປີ ສປ ຈີນ ຄວ້າແຊ້ມອາຊີ 23 ຄັ້ງຕິດຕໍ່ກັນ! ການແຂ່ງຂັນປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບ

ນັກກິລາປິ່ງປ່ອງຈາກ ສປ ຈີນ ເບີ 1 ຂອງທະວີບອາຊີ ແລະ ໂລກ ຍັງໂຊຟອມເດັ່ນ ຄວ້າແຊ້ມປະເພດທີມຍິງ ແລະ ທີມຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງວັນທີ 1-6 ກັນຍານີ້ ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ.

ຮອບຊິງຊະນະເລີດປະເພດທີມຍິງ U19 ປີ ສປ ຈີນ ເພີ່ມສະຖິຕິຄອງແຊ້ມອາຊີ 23 ສະໄໝຕິດຕໍ່ກັນ ພາຍຫລັງເອົາຊະນະ ໄຕ້ຫວັນ 3-1 ຄູ່. ຂະນະທີ່ ທີມຊາຍ U19 ຂອງ ສປ ຈີນ ຟອມດີເຊັ່ນກັນ ຮອບຊິງ ຊະນະ ຍີ່ປຸ່ນ 3-0 ຄູ່ ປ້ອງກັນແຊ້ມໄດ້ສຳເລັດ ແລະ ເປັນແຊ້ມສະໄໝທີ 4 ຕິດຕໍ່ກັນ.

ການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ເປັນຄັ້ງທຳອິດ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ມີນັກກິລາ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມຄື: ບາເຣນ, ບັງກະລາເທດ, ສປ ຈີນ, ໄຕ້ຫວັນ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ຄາຊັກສະຖານ, ມາເລເຊຍ, ເນປານ, ກາຕ້າ, ສາທາລະນະລັດເກົາຫລີ, ສິງກະໂປ, ໄທ, ອຸສເບກິສຖານ ແລະ ສປປ ລາວ ເຈົ້າພາບ, ຊິງໄຊທັງໝົດ 11 ລາຍການເຊັ່ນ: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ: ປະເພດຍິງດ່ຽວ-ຊາຍດ່ຽວ, ທີມຍິງ ແລະ ທີມຊາຍ; ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ມີ 7 ລາຍການຄື: ປະເພດຍິງດ່ຽວ-ຊາຍດ່ຽວ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ, ທີມຍິງ ແລະ ທີມຊາຍ.

ນັກກິລາທີ່ໄດ້ແຊ້ມ ແລະ ຮອງແຊ້ມ ປະເພດຍິງດ່ຽວ, ຊາຍດ່ຽວ U15 ແລະ U19 ລວມທັງ ແຊ້ມປະເພດທີມຍິງ, ທີມຊາຍ U15 ແລະ U19 ໃນລາຍການນີ້ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊິງແຊ້ມໂລກ (World Youth 2022).

Photo: Lao Table Tennis Federation & ATTU

Leave a Reply

Your email address will not be published. Required fields are marked *