ແມັກ ເວີສະເຕັບເປິ້ນ ຄວ້າແຊ້ມ F1 ສະໜາມທີ 3 ປີ 2023 Australian Grand Prix

ການແຂ່ງຂັນ ລົດສູດໜຶ່ງ ຟໍຣມູລ້າວັນ ສະໜາມທີ 3 ຂອງປີ 2023 ລາຍການ ອັອສເຕຣລ້ຽນ ກຣັງປຣີ ທີ່ສະໜາມ Albert Park ນະຄອນເມວເບິ້ນ ປະເທດອົດສະຕຣາລີ ໃນທ້າຍອາທິດຜ່ານມາ, ຄວາມຍາວຕໍ່ຮອບ 5.278 ແມັດ ແຂ່ງທັງໝົດ 58 ຮອບ.

ປະກົດວ່າ: ແມັກ ເວີສະເຕັບເປິ້ນ ແຊ້ມເກົ່າ ຊາວໂຮນລັງ ຈາກທີມເຣດບລູ ເຣຊິ້ງ ຮອນດ້າ ອອກໂຕເປັນຄົນທຳອິດ ແລະ ພາລົດຄູ່ໃຈເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 2 ຊົ່ວໂມງ 32 ນາທີ 38.371 ວິນາທີ ເອົາຊະນະ ລຸຍ ຮາມິນຕັນ ແຊ້ມໂລກ 7 ສະໄໝ ຈາກຄ້າຍເມີຊີເດັຊ ພຽງສ້ຽວວິນາທີ 0.179, ໄດ້ແຊ້ມເປັນສະໜາມທີສອງໃນປີນີ້ ຕໍ່ຈາກສະໜາມທຳອິດທີ່ບາເຣນ, ອັນດັບສາມ ເປັນຂອງ ເຟີນັນໂດ ອາລອນໂຊ້ ແຊ້ມໂລກ 2 ສະໄໝ ຈາກທີມ Aston Martin Aramco-Mercedes ຕາມຫລັງ 0.769 ວິນາທີ.

ຂະນະທີ່ ເຊີຈີໂອ້ ເປເຣັຊ ນັກຂັບຊາວເມັກຊິໂກ້ ຈາກຄ້າຍເຣດບລູ ເຣຊິ້ງ ຮອນດ້າ ແຊ້ມສະໜາມຜ່ານມາ ຈົບອັນດັບທີ 5 ຕາມຫລັງ 3.320 ວິນາທີ, ສ່ວນ ຊາວ ເລັກເລີ ແລະ ອາເລັກຊານເດີ ອາວບອນ ແຂ່ງບໍ່ຈົບ ລົດມີບັນຫາ ແລະ ເກີດອຸບັດຕິເຫດ.

ຜ່ານໄປ 3 ສະໜາມ ຜູ້ນຳຄະແນນລວມນັກຂັບແມ່ນຍັງຄົງແມ່ນ ແຊ້ມເກົ່າ ເວີສະເຕັບເປິ້ນ ມີ 69 ຄະແນນ, ທີສອງ ເຊີຈີໂອ້ ເປເຣັຊ ເພື່ອຮ່ວມທີມ ມີ 54 ຄະແນນ, ທີ 3 ເຟີນັນໂດ ອາລອນໂຊ້ ມີ 45 ຄະແນນ.

ສ່ວນທີມຜູ້ສ້າງ ທີມນຳແມ່ນ ທີມເຣດບລູ ເຣຊິ້ງ ຮອນດ້າ ມີ 123 ຄະແນນ, ຮອງລົງມາແມ່ນ Aston Martin Aramco-Mercedes ມີ 65 ຄະແນນ ແລະ ເມີຊີເດັຊ ມີ 56 ຄະແນນ.

ສະໜາມຕໍ່ໄປ ສະໜາມທີ 4 ລາຍການ Azerbaijan Grand Prix ທີ່ສະໜາມ Baku City, ໃນນະຄອນຫລວງບາກູ ປະເທດອາເຊີໄບຈັນ ຈະແຂ່ງຂັນວັນທີ 28 – 30 ເມສານີ້.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: F1

Leave a Reply

Your email address will not be published. Required fields are marked *