ຊອນ ເມີຟີ້ ແຊງຊະນະ ຄີເຣນ ວິວສັນ 10-7 ເຟຣມ ຄວ້າແຊ້ມສະນຸກເກີ Tour Championship ຄັ້ງທຳອິດ

ການແຂ່ງຂັນສະນຸກເກີ ລະດັບໂລກ ລາຍການ Tour Championship 2023 ທີ່ຄັດເອົາ 8 ນັກສະນຸກເກີ ທີ່ສະສົມເງິນລາງວັນ ຫລື ຄະແນນດີສຸດໃນລະດູການນີ້ ແຂ່ງຂັນໃນລະຫວ່າງວັນທີ 27 ມີນາ – 2 ເມສານີ້, ທີ່ສັງວຽນໂບນັສ ອາຣີນ້າ ໃນເມືອງເຮົ່າ ປະເທດອັງກິດ ຊິງເງິນລາງວັນລວມ 380,000 ປອນ.

ການແຂ່ງຂັນຮອບຊິງຊະນະເລີດ ຊອນ ເມີຟີ້ ມື 2 ຂອງລາຍການຈາກເຈົ້າພາບ ແຊງຊະນະ ຄີເຣນ ວິວສັນ ມື 5 ເພື່ອນຮ່ວມຊາດ 10-7 ເຟຣມ ເມີຟີ້ ຕາມຫລັງ 0-4 ເຟຣມ ກັບມາແຊງຊະນະແບບສຸດໝັ້ນໃຈ.

ເມີຟີ້ ໄວ 40 ປີ ໄດ້ແຊ້ມລາຍການນີ້ຄັ້ງທຳອິດ ແລະ ເປັນແຊ້ມໂລກຄົນທີສາມ ທີ່ໄດ້ແຊ້ມລາຍການນີ້ ຕໍ່ຈາກ ຣອນນີ້ ໂອຊຸນລີແວນ ແລະ ນຽວ ໂຣເບີດສັນ ແລະ ສ້າງຄວາມໝັ້ນໃຈກ່ອນຮ່ວມຊິງແຊ້ມໂລກ World Championship ໃນລະຫວ່າງວັນທີ 15 ເມສາ – 1 ພຶດສະພາປີນີ້ ທີ່ສັງວຽນ Crucible Theatre ເມືອງເຊັຟຟິວ ປະເທດອັງກິດ, ເມີຟີ້ ຮັບຂັນແຊ້ມ ພ້ອມເງິນລາງວັນ 150,000 ປອນ, ຫຍັບອັນດັບໂລກຂຶ້ນມາ 2 ອັນດັບ ມາຢູ່ທີ 4 ຂອງໂລກ, ຮອງແຊ້ມໄດ້ຮັບ 60,000 ປອນ, ສ່ວນລາງວັນເຂົ້າເບຣກສູງສຸດ 1 ໝື່ນປອນ ເປັນຂອງ ໄຣອັ້ນ ເດ ຈາກເວວ ເຮັດແມັກຊິມ້ຳເບຣກ 147 ຄະແນນ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: World Snooker Tour

Leave a Reply

Your email address will not be published. Required fields are marked *