ການແຂ່ງຂັນເຕະບານ ເປບຊີ ລາວລີກ 1 ປະຈຳປີ 2023 ອາທິດທີ 6 ໃນທ້າຍອາທິດຜ່ານມາ ວັນທີ 1 ແລະ 2 ເມສາ ມີແຂ່ງ 2 ຄູ່, ຊ້າງນ້ອຍ ເອຟຊີ ແຊ້ມເກົ່າ ຍັງຟອມດີຕໍ່ເນື່ອງ ເຖິງວ່າບໍ່ມີ ບຸນພະຈັນ ບຸນກອງ ແຕ່ເອົາຊະນະ ກອງທັບ ແບບຫວຸດວິດ 1-0 ໄດ້ປະຕູໄຊຈາກ ຄາຍເດ້ ໂອຄອນເນວ ນັກເຕະຊາວສາທາະລະນະລັດໄອຣແລນ (ອຽກລັງ) ນາທີ 49′ ຊ້າງນ້ອຍ ຄວ້າໄຊຊະນະ 6 ນັດລວດ ເກັບ 18 ຄະແນນເຕັມ.
ຂະນະທີ່ ນ້ອງໃໝ່ ນໍ້າທາ ຢູໄນເຕັດ ໄດ້ໄຊຊະນະນັດທຳອິດແລ້ວ ຫລັງເປີດສະໜາມກິລາແຂວງຫລວງນໍ້າທາ ເອົາຊະນະ ຈຳປາສັກ ເອຟຊີ 2-1 ໄດ້ປະຕູຈາກ ເກດແກ້ວ ລາດຊະພົນ ນາທີ 12′ ແລະ ວົງພະຈັນ ພຸດທະວົງ ນາທີ 59′, ຈຳປາສັກ ໄດ້ໜຶ່ງປະຕູຈາກ ກ້ວຍເຈັງ ໜູພັກດີ ນາທີ 75′.
ຕາຕະລາງຄະແນນຂະນະນີ້: ຊ້າງນ້ອຍ ແຊ້ມເກົ່າ ເກັບ 18 ຄະແນນເຕັມ ຈາກ 6 ນັດ ເປັນທີມນຳຢ່າງສະຫງ່າ, ມາສເຕີ ເຊເວັ້ນ ມີ 9 ຄະແນນ ຈາກ 5 ນັດ, ເອສຣາ ແລະ ວຽງຈັນ ມີ 7 ຄະແນນ ຈາກ 5 ນັດ, ກອງທັບ ມີ 6 ຄະແນນ ຈາກ 6 ນັດ, ຫລວງພະບາງ 5 ນັດ ມີ 5 ຄະແນນ, ຈຳປາສັກ 6 ນັດ ມີ 5 ຄະແນນ ແລະ ນໍ້າທາ ຢູໄນເຕັດ ນ້ອງໃໝ່ 6 ນັດ ມີ 4 ຄະແນນ.
ໃນກາງອາທິດນີ້ ຍັງຈະການແຂ່ງຂັນຕື່ມອີກ ວັນອັງຄານທີ 4 ເມສານີ້ ມາສເຕີ ເຊເວັນ ພົບ ແຂວງວຽງຈັນ ເວລາ 19:00 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ແລະ ວັນພຸດທີ 5 ເມສາ ເອສຣາ ພົບກັບ ຫລວງພະບາງ ເວລາ 19:00 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: :Lao league 1