ເຕະບານ ລີກອ໋ອງ ຝຣັ່ງ ນັດທີ 27 ວັນອາທິດຜ່ານມາ, ປາຣີ ແຊັງແຊກແມັງ (PSG) ແຊ້ມເກົ່າ ເສຍຄາບ້ານໃຫ້ຄູ່ແຂ່ງຕະຫລອດການ ໂອລິມປິກ ລີຢົງ 0-1 ທີມຢາມໄດ້ປະຕູໄຊຈາກຕົວສຳຮອງ ເບຣດລີ້ ບາໂຄລ້າ ນາທີ 56′ ແລະ ໃນເກມນີ້ ອາເລັກຊານເດຣ ລາກາແຊັດ ຍິງຈຸດໂທດບໍ່ເຂົ້ານາທີ 39′.
PSG ຢຸດທີ່ 66 ຄະແນນ ຈາກ 29 ນັດ ນຳອັນດັບ 2 ລ໋ອງ ແລະ ມາກເຊີຍ 6 ຄະແນນ, ສ່ວນ ລີຢົງ ຢູ່ທີ 9 ມີ 44 ຄະແນນ ຫ່າງຈາກພື້ນທີ່ບານເອີຣົບ 8 ຄະແນນ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Ligue 1