ເຕະບານ ລາລີກ້າ ແອັສປາຍ ນັດທີ 27 ວັນອາທິດຜ່ານມາ, ຣຽວ ມາດຣິດ ແຊ້ມເກົ່າ ເປີດບ້ານໄລ່ຖະຫລົ່ມ ຣຽວ ບາຢາໂດລິດ ເຖິງເຄິ່ງໂຫລ 6-0 ໃນນີ້ ຄາຣິມ ເບັນເຊມ້າ ຍິງແຮັດທຣິກ ພຽງ 7 ນາທີ ໃນເຄິ່ງເວລາທຳອິດ ແລະ ກາຍເປັນການຍິງແຮັດທຣິກໃນຕັ້ງທຳອິດໃນອາຊີບຂອງສູນໜ້າທີມຊາດຝຣັ່ງ, ສ່ວນອີກສາມປະຕູໄດ້ຈາກ: ໂຣດຣີໂກ້, ມາຣໂກ ອາເຊັນຊີໂອ້ ແລະ ລູຄັສ ບັສເກັຊ ຍິງຜູ້ລະໜຶ່ງປະຕູ.
ມາດຣິດ ຊະນະ ບາຢາໂດລິດ 5 ນັດລວດ ແລະ ຍັງບໍ່ເສຍໃຫ້ ບາຢາໂດລິດ 15 ນັດຫລັງສຸດທີ່ພົບກັນ ບວກເພີ່ມເປັນ 59 ຄະແນນ ຈາກ 27 ນັດ ຢູ່ອັນດັບ 2 ຕາມຫລັງ ບາຣຊ້າ ທີມນຳ 12 ຄະແນນ, ນັດຕໍ່ໄປ ມາດຣິດ ຈະໄປຢາມ ບາຣຊ້າ ເກມໂຄປ້າເດວເຣ ຮອບ 4 ທີມສຸດທ້າຍ ນັດທີ 2 ຄືນວັນທີ 5 ເມສານີ້ ນັດທີໜຶ່ງ ບາຣຊ້າ ບຸກຊະນະມາກ່ອນ 1-0.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Laliga