ມິລານ ແຊ້ມເກົ່າ ບຸກຊະນະ ນາໂປລີ ວ່າທີ່ແຊ້ມ 4-0 ເຊຣີອາ ນັດທີ 28

ເຕະບານ ເຊຣີອາ ອີຕາລີ ນັດທີ 28 ທ້າຍອາທິດຜ່ານມາ, ຄູ່ໃຫຍ່ ນາໂປລີ ທີມນຳ ວ່າທີ່ແຊ້ມລະດູການນີ້ ເປີດບ້ານພົບກັບ ເອຊີ ມິລານ ແຊ້ມເກົ່າ, ເກມນີ້ ແຊ້ມເກົ່າ ໃຊ້ໂອກາດໄດ້ຄົມກວ່າເຈົ້າບ້ານ ຄວ້າໄຊຊະນະກັບບ້ານເຖິງ 4-0 ຈາກ: ຣາຟາເອວ ເລເອົາ ສອງໜ່ວຍ, ບຣາຮິມ ດີອັຊ ແລະ ແຊເລແມເກີ ຜູ້ລະປະຕູ.

ນາໂປລີ ເສຍຂາດສຸດໃນຮອບ ປີ ຕໍ່ຈາກເສຍໃຫ້ ອັດຕາລັນຕ້າ 1-5 ລະດູການ 2007-08 ຂະນະທີ່ ມິລານ ບຸກຊະນະ ນາໂປລີ ສາມລະດູການຕິດຕໍ່ກັນ ບວກເພີ່ມເປັນ 51 ຄະແນນ ຈາກ 28 ນັດ ຢູ່ອັນດັບ 3 ຕາມຫລັງ ນາໂປລີ ທີມນຳ 20 ຄະແນນ, ສ່ວນອັນດັບສອງແມ່ນ ລາຊີໂອ້ ມີ 55 ຄະແນນ, ອິນເຕີ ແລະ ໂຣມ້າ ມີ 50 ຄະແນນ, ອັດຕາລັນຕ້າ 48 ຄະແນນ ແລະ ຢູເວັນຕຸສ ມີ 44 ຄະແນນ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Serie A

Leave a Reply

Your email address will not be published. Required fields are marked *