ນິວຄາສເຊິນ ຟອມເດັ່ນ! ເປີດບ້ານຊະນະ ແມນຢູ 2-0 ແຊງຂຶ້ນທີ 3

ເຕະບານ ພຣີເມ່ຍລີກ ອັງກິດ ໃນວັນອາທິດຜ່ານມາ, ຄູ່ທີ່ໜ້າສົນໃຈ ທັບສາລິກາດົງ ນິວຄາສເຊິນ ຢູໄນເຕັດ ໂຊຟອມເດັ່ນ ເປີດບ້ານເອົາຊະນະ ແມນເຊັສເຕີ ຢູໄນເຕັດ 2-0 ໄດ້ປະຕູຈາກ: ໂຈ ວິວລັອກ ນາທີ 65′ ແລະ ຕົວສຳຮອງ ຄໍລລໍ້າ ວິວສັນ ນາທີ 88′ ໄຊຊະນະນັດນີ້ ເຮັດໃຫ້ທັບ Magpies ແຊງ ແມນຢູ ແລະ ສະເປີ ຂຶ້ນທີ 3 ມີ 50 ຄະແນນເທົ່າກັບ ແມນຢູ ແຕ່ປະຕູໄດ້ເສຍ ນິວຄາສເຊິນ ດີກວ່າ +22 ແມນຢູ +4 ແຂ່ງເທົ່າກັນ 27 ນັດ ຍາດແຍ່ງໂຄຕ້າໄປແຊ້ມປ້ຽນລີກຕໍ່ໄປ.

ນັດຕໍ່ໄປ ນິວຄາສເຊິນ ຈະໄປຢາມ ເວັສແຮມ ແລະ ແມນຢູ ຈະເປີດບ້ານພົບກັບ ເບັນຟອດ ໃນຄືນວັນທີ 5 ເມສານີ້, ສ່ວນມື້ນີ້ 3 ເມສາ ເວລາ 2:00 ໂມງ ເອຟເວີຕັນ ພົບ ສະເປີ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Premier League

Leave a Reply

Your email address will not be published. Required fields are marked *