ຈິງຈອກສະຫຍາມ ເລັສເຕີ ຊິຕີ້ ປົດ ແບນເດັນ ຣັອດເຈີ ອອກຈາກຕຳແໜ່ງຜູ້ຈັດການທີມເມື່ອວັນທີ 2 ເມສາຜ່ານມາ ພາຍຫລັງເກມລີກນັດຫລ້າສຸດ ພາທີມບຸກເສຍໃຫ້ ຄຣິສຕັນ ພາເລດ 1-2, ຜົນງານ 7 ນັດຫລັງສຸດຂອງ ຣອດເຈີ ບໍ່ຊະນະເລີຍ ເສຍເຖິງ 6 ນັດ, ເຮັດໃຫ້ທີມຫລົ່ນມາຢູ່ທີ 19 ພື້ນທີ່ຕົກຊັ້ນ ມີ 25 ຄະແນນ ຈາກ 28 ນັດ, ຫ່າງຈາກພື້ນທີ່ປອດໄພ 1 ຄະແນນ.
ຣອດເຈີ ເຂົ້າມາຄຸມ ເລັສເຕີ ໃນທ້າຍເດືອນກຸມພາ ປີ 2019 ຄຸມທີມ 204 ນັດ ຊະນະ 92 ສະເໝີ 42 ເສຍ 70 ສະເລ່ຍໂອກາດຊະນະຕໍ່ນັດປະມານ 45%.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Premier League