ທັບສິງຟ້າ ເຊວຊີ ປະກາດປົດ ແກຣມ ພັອດເຕີ ອອກຈາກຕຳແໜ່ງຜູ້ຈັດການທີມເປັນທີ່ຮຽບຮ້ອຍ ໃນວັນທີ 2 ເມສາຜ່ານມາ ພາຍຫລັງເກມລີກນັດຫລ້າສຸດ ພາທີມເສຍຄາບ້ານໃຫ້ ແອັສຕັນ ວິນລ້າ 0-2 ໃນທ້າຍອາທິດຜ່ານມາ, ພັອດເຕີ ເຂົ້າມາຄຸມ ເຊວຊີ ໃນຕົ້ນເດືອນກັນຍາ ປີ 2022 ຄຸມທີມ 31 ນັດ ຊະນະ 12 ສະເໝີ 8 ເສຍ 11 ຍິງໄດ້ 33 ປະຕູ ເສຍ 31 ປະຕູ ສະເລ່ຍໂອກາດຊະນະຕໍ່ນັດພຽງ 39% ທັ້ງໆທີ່ທີມທຸ້ມງົບເສີມທັບຫລາຍກວ່າທຸກທີມໃນລະດູການນີ້ ຈຳນວນ 550 ກວ່າລ້ານປອນ ແຕ່ຜົນງານບໍ່ໄດ້ດັ່ງຄາດໝາຍ ໝົດລຸ້ນແຊ້ມທຸກຂັນໃນອັງກິດລະດູການນີ້ ຍັງເຫລືອລຸ້ນພຽງ ຢູຟ້າ ແຊ້ມປ້ຽນລີກ.
ປະຈຸບັນ ເຊວຊີ ແຕ່ຕັ້ງ ບຣູໂນ້ ຊາວເຕີ ອະດີດແບັກຂວາຊາວແອັສປາຍຂອງ ໄບຣຕັ້ນ ຄຸມທີມຊົ່ວຄາວໄປກ່ອນ ຈົນກວ່າຈະໄດ້ຜູ້ຈັດການທີມໃໝ່.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Premier League