ທີມຊາດເນປານ ແຊງຊະນະ ທີມຊາດລາວ 2-1 ຄອງຂັນນາຍົກລັດຖະມົນຕີ ເນປານ 2023

ການແຂ່ງຂັນເຕະບານອຸ່ນເຄື່ອງລະດັບທີມຊາດ ໄລຍະຟີຟ້າເດ ຊິງຂັນນາຍົກລັດຖະມົນຕີ ເນປານ ໃນລະຫວ່າງວັນທີ 22–31 ມີນາ 2023 ນີ້, ຄູ່ຊິງຊະນະເລີດ ທີມຊາດເນປານ ເຈົ້າພາບ ພົບກັບ ທີມຊາດລາວ ອີກຄັ້ງ ພາຍຫລັງພົບກັນໃນຮອບທຳອິດ ວັນທີ 22 ມີນາຜ່ານມາ ເນປານ ເຈົ້າພາບ ຊະນະ ທີມຊາດລາວ 2-0.

ນັດນີ້ ທີມຊາດລາວ ໄດ້ປະຕູອອກນຳກ່ອນຈາກ ພຸດທະວົງ ສັງວິໄລ ນາທີ 17′ ເນປານ ໄດ້ປະຕູຕີສະເໝີຈາກ ອາຢຸສ ກາລານ ນາທີ 24′ ແລະ ເຄິ່ງຫລັງທ້າຍເກມ ເນປານ ມາໄດ້ປະຕູໄຊຈາກ ມານິສ ດານກີ້ ນາທີ 87′ ຈົບເກມ ເນປານ ເຈົ້າພາບ ແຊງຊະນະ ທີມຊາດລາວ 2-1 ຄວ້າຂັນຊະນະເລີດມາຄອງ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Lao ff

Leave a Reply

Your email address will not be published. Required fields are marked *