ຫົວໜ້າສະໂມສອນ ວິນເນີ ຫລວງພະບາງ ພູມໃຈຢ່າງຍິ່ງ! ທີ່ສ້າງປະຫວັດສາດຄອງແຊ້ມດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດ 2022

ທ່ານ ເຈມ ວິສະນຸ ວຸດທິວົງ ຫົວໜ້າສະໂມສອນ ວິນເນີ ຫລວງພະບາງ ພູມໃຈຢ່າງຍິ່ງ ທີ່ສະໂມສອນສາມາດຄອງແຊ້ມດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດ 2022 ໃນລະຫວ່າງວັນທີ 1-4 ກັນຍາຜ່ານມາ ທີ່ສະໂມສອນດອກປີກໄກ່ເສດຖາ ສະໜາມກິລາບຶງຂະຫຍອງ ນະຄອນຫລວງວຽງຈັນ, ເຊິ່ງເປັນຄັ້ງປະຫວັດສາດທີ່ສະໂມສອນສາມາດຄວ້າຂັນຊະນະເລີດລາຍການນີ້.

ການແຂ່ງຂັນກິລາດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດຄັ້ງນີ້ ສະໂມສອນ ວິນເນີ ຫລວງພະບາງ ສົ່ງນັກກິລາເຂົ້າຮ່ວມ 6 ປະເພດ ສາມາດຍາດມາໄດ້ເຖິງ 5 ຫລຽນຄຳ 1 ຫລຽນເງິນ ແລະ 4 ຫລຽນທອງ ເຊິ່ງເປັນຮຸ່ນເຍົາວະຊົນ-ໄວໜຸ່ມທັງໝົດ, 5 ຫລຽນຄຳ ໄດ້ຈາກປະເພດຊາຍດ່ຽວ ຮຸ່ນອາຍຸບໍ່ເກີນ 12 ປີ, ຊາຍດ່ຽວ, ຄູ່ຊາຍ ອາຍຸບໍ່ເກີນ 15 ປີ, ຊາຍດ່ຽວ ແລະ ຄູ່ຊາຍ ຮຸ່ນອາຍຸບໍ່ເກີນ 18 ປີ, 1 ຫລຽນເງິນ ໄດ້ຈາກປະເພດຊາຍດ່ຽວ ຮຸ່ນອາຍຸບໍ່ເກີນ 18 ປີ ແລະ 4 ຫລຽນທອງ ໄດ້ຈາກປະເພດຊາຍດ່ຽວ ຮຸ່ນອາຍຸບໍ່ເກີນ 15 ປີ, ຄູ່ຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ 2 ຫລຽນ ແລະ ຄູ່ປະສົມ ຮຸ່ນອາຍຸບໍ່ເກີນ 18 ປີ.

ສະໂມສອນດອກປີກໄກ່ ວິນເນີ ຫລວງພະບາງ ສ້າງທີມຂຶ້ນມາປະມານ 3-4 ປີ ມີນັກກິລາທັງໝົດ 40 ຄົນ ຕັ້ງແຕ່ 6 ປີ ຫາ 18 ປີ ສຳລັບແຜນການເຄື່ອນໄຫວໃນມໍ່ໆນີ້ ຈະກຽມເຂົ້າຮ່ວມກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງໃນທ້າຍປີນີ້.

ການແຂ່ງຂັນກິລາດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດຄັ້ງນີ້ ໄດ້ຮັບການສະໜັບສະໜູນຫລັກໂດຍ ບໍລິສັດ ເບຍລາວ ຈຳກັດ ທັງນີ້ ກໍເພື່ອສ້າງຂະບວນການສະເຫລີມສະຫລອງວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 31 ປີ ພ້ອມກັນນີ້ ກໍເປັນການສ້າງຂະບວນການແຂ່ງຂັນກິລາດອກປີກໄກ່ພາຍໃນປະເທດໃຫ້ມີຄວາມຟົດຟື້ນ, ເປີດໂອກາດໃຫ້ນັກກິລາໄດ້ທົດສອບສີມື, ທັກສະ, ຄວາມສາມາດ ແລະ ຄັດເລືອກນັກກິລາດີເດັ່ນເປັນນັກກິລາທີມຊາດໃນແຕ່ລະຮຸ່ນອາຍຸ ນອກຈາກນີ້ ກໍເປັນການກຽມຄວາມພ້ອມສູ່ງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງໃນທ້າຍປີນີ້.

Leave a Reply

Your email address will not be published. Required fields are marked *