15 ນັກເຕະບານທີ່ມີລາຍຊື່ ລຸ້ນຕິດ 1 ໃນ 3 ເຂົ້າຫໍກຽດຕິຍົດ ພຣີເມ່ຍລີກ ປີ 2023 ຫລື Premier League Hall of Fame ປະກົດວ່າ: ອະດີດນັກເຕະແມນຢູຕິດມາ 6 ຄົນ ປະກອບມີ: ແອນດີ້ ໂຄລ, ແກຣີ້ ເນວິວ, ລີໂອ ເຟີດີນານ, ໄມເຄິນ ຄາຣິກ, ເນມັນຢ້າ ວິດິກ ແລະ ໄມເຄິນ ໂອເວັນ.
ຜູ້ອື່ນມີ: ໂທນີ້ ອາດຳ, ໂຊ ແຄມເບວ ອະດີດກອງຫລັງ ອາຣເຊນໍລ, ປີເຕີ ເຊັກ, ຈອນ ເທີຣີ້, ແອັສລີ້ ໂຄລ ອະດີດນັກເຕະ ເຊວຊີ, ຣັອບບີ້ ຟາວເຣີ ອະດີດສູນໜ້າ ລີເວີພູລ, ເຈີແມນ ເດໂຟ ນັກເຕະຈອມພະເນຈອນ, ເລັສ ເຟີດີນານ ແລະ ຢາຢ້າ ຕູເຣ່ ອະດີດກອງກາງ ແມນຊິຕີ້.
ພຣີເມ່ຍລີກ ເປີດໂອກາດໃຫ້ແຟນບານທົ່ວໂລກຮ່ວມໂຫວດໃຫ້ຄະແນນທາງເວັບໄຊ້ຂອງ ພຣີເມ່ຍລີກ ຈົນເຖິງວັນທີ 10 ເມສາ 2023 ແລະ ຈະປະກາດລາຍຊື່ 3 ຄົນ ໃນວັນທີ 3 ພຶດສະພາ 2023.
ປະຈຸບັນ ນັກເຕະບານທີ່ມືລາຍຊື່ເຂົ້າຫໍກຽດຕິຍົດຂອງ ພຣີເມ່ຍລີກ ລວມ 16 ຄົນ, ປີ 2021: 8 ຄົນ: ອາລັນ ເຊຍເຣີ, ເທ່ຍຣີ້ ອ໋ອງຣີ, ເອຣິກ ຄັນໂຕນ້າ, ຣອຍຄີນ, ແຟັງ ແລມພ໋າດ, ເດັນນິສ ເບີແຄັມ, ສະຕີເວັນ ເຈີຣາດ, ເດວິດ ເບັກແຮມ, ປີ 2022 ມີ 8 ຄົນ: ເວນ ຣູນີ້, ແພັດທຣິກ ວິເອຣ້າ, ເຊີຈີໂອ້ ອາເກວໂຣ້, ດີດີເຢ້ ດຣອກບາ, ແວັງຊ໋ອງ ຄອມປານີ, ປີເຕີ ຊະໄມເຄິນ, ພໍລ ສະໂຄ ແລະ ອຽນ ໄຣ.
ສ່ວນ ຜູ້ຈັດການທີມສອງຄົນທຳອິດທີ່ເຂົ້າຫໍກຽດຕິຍົດຂອງ ພຣີເມ່ຍລີກ ແມ່ນ: ເຊີ ອາເລັກ ເຟີກູສັນ ແລະ ອາແຊນ ເວັນເກີ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Premier League