ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ເພດຍິງ ລະດູການ 2022-23 ຮອບ 8 ທີມສຸດທ້າຍ ນັດທີສອງ ຄືນວັນທີ 30 ມີນາຜ່ານມາ, ທີມຍິງຂອງ ເຊວຊີ ເປີດບ້ານພົບກັບ ໂອລິມປິກ ລີຢົງ ແຊ້ມເກົ່າ ນັດທີໜຶ່ງ ເຊວຊີ ບຸກຊະນະມາກ່ອນ 1-0 ນັດນີ້ ແຊ້ມເກົ່າ ບຸກຊະນະຄືນແບບຫວຸດວິດ 1-0 ລວມຜົນສອງນັດສະເໝີກັນ 1-1 ຕໍ່ເວລາພິເສດອີກ 30′ ນາທີ ໄດ້ເພີ່ມທີມລະໜຶ່ງປະຕູ ຕ້ອງມາດວນຈຸດໂທດຕັດສິນ ແລະ ເປັນ ເຊວຊີ ຍິງໄດ້ຄົມກວ່າ ຊະນະດວນຈຸດໂທດ 4-3 ເຂ່ຍ ແຊ້ມເກົ່າ ຕົກຮອບ 8 ທີມສຸດທ້າຍ ຂະນະທີ່ ເຊວຊີ ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ ຍັງມີໂອກາດລຸ້ນແຊ້ມສະໄໝທຳອິດ ຜ່ານມາດີສຸດ ເຄີຍໄດ້ຮອງແຊ້ມ ລະດູການ 2020–21 ໂດຍ ເຊວຊີ ໄປພົບກັບ ບາຣເຊໂລນ້າ ແຊ້ມ 1 ສະໄໝ ທີ່ເອົາຊະນະ ໂຣມ້າ ລວມຜົນສອງນັດ 6-1.
ສ່ວນ ໂວຟບວກ ແຊ້ມ 2 ສະໄໝ ເປີດບ້ານສະເໝີກັບ ປາຣີ ແຊັງແຊກແມັງ 1-1 ລວມຜົນສອງນັດ ໂວຟບວກ ຊະນະ 2-1 ເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບ ອາຣເຊນໍລ ແຊ້ມ 1 ສະໄໝ ທີ່ເອົາຊະນະ ບາເຢິນ ມິວນິກ ລວມຜົນສອງນັດ 2-1. ຮອບ 4 ທີມສຸດທ້າຍ ນັດທີໜຶ່ງ ຈະແຂ່ງຂັນ ວັນທີ 22 ແລະ 23 ເມສານີ້ ແລະ ນັດທີສອງ ຈະແຂ່ງຂັນວັນທີ 29 ແລະ 30 ເມສາ 2023.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: UEFA Women’s Champions League