ໃນທ້າຍອາທິດຜ່ານມາ, ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດກອງປະຊຸມພັດທະນາກີລາບານເຕະທົ່ວປະເທດ ປະຈໍາປີ 2022 ທີ່ຫ້ອງປະຊຸມຂອງສະຫະພັນບານເຕະແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດ ໂດຍມີຜູ້ຕາງໜ້າຈາກສະຫະພັນບານເຕະແຕ່ລະແຂວງ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອໃຫ້ແຕ່ລະແຂວງໄດ້ຮ່ວມກັນປຶກສາຫາລື ເພື່ອພັດທະນາບານເຕະລາວ ໂດຍສະເພາະການສືບຕໍ່ຈັດຕັ້ງປະຕິບັດແຜນການຍຸດທະສາດຂອງ ສຕລ ທີ່ນຳກົດໄວ້ໃຫ້ປະກົດຜົນເປັນຈິງ, ໃນນັ້ນແມ່ນການປະສານສົມທົບກັບສະຫະພັນບານເຕະແຕ່ລະແຂວງ, ເຊິ່ງໃນປີ 2022 ແມ່ນໄດ້ມີການຈັດການແຂ່ງຂັນບານເຕະລາວລີກ 2 ໃນແຕ່ລະແຂວງເປັນຄັ້ງທໍາອິດ ເຊິ່ງແຕ່ລະແຂວງກໍໄດ້ມີການແຂ່ງຂັນສໍາເລັດໄປແລ້ວ ແລະ ບາງແຂວງກໍຍັງກໍາລັງດໍາເນີນການຢູ່ ລວມເຖິງລາຍງານແຜນການວຽກງານຕ່າງໆໃນປີຕໍ່ໜ້າ.
ໃນກອງປະຊຸມ ບັນດາຜູ້ຕາງໜ້າສະຫະພັນບານເຕະແຕ່ລະແຂວງໄດ້ຂຶ້ນລາຍງານການປະຕິບັດວຽກງານໃນປີ 2022 ຜ່ານມາ ແລະກຳນົດທິດທາງແຜນການຕໍ່ໄປໃນປີ 2023.
ສະເພາະປີ 2022 ສະຫະພັນບານເຕະແຫ່ງຊາດລາວ ແມ່ນໃຫ້ສິດພຽງແຕ່ທີມຈາກລາວລີກ 1 ຈໍານວນ 7 ທີມເຂົ້າຮ່ວມການແຂ່ງຂັນເຕະບານ LFF LAO FORD CUP 2022 ເນື່ອງຈາກທີມຈາກລີກ 2 ຂອງແຕ່ລະແຂວງຍັງບໍ່ມີຄວາມພ້ອມເທື່ອ ແຕ່ຫຼ້າສຸດໄດ້ຂ່າວດີໃນປີໜ້າ ທີມຈາກລາວລີກ 2 ສາມາດມາແຂ່ງຂັນໄດ້ແລ້ວ ແລະ ຈະເຮັດໃຫ້ລາຍການນີ້ມີທີມເຂົ້າຮ່ວມແຂ່ງຂັນຫຼາຍກວ່າ 20 ທີມ.
Photo: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation