ມັນແນ່ນອນ! ທີມຊາດລາວ ຢູ່ກຸ່ມ A ໄທ ເຈົ້າພາບ, ມາເລເຊຍ ແລະ ເຢເມນ! ເຕະບານຊາຍ U-17 ປີ ຊິງແຊ້ມອາຊີ 2023 ຮອບສຸດທ້າຍ

ຜົນການຈັບສະຫຼາກ ການແຂ່ງຂັນເຕະບານຊາຍ U-17 ປີ ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ທີ່ປະເທດໄທ ເປັນເຈົ້າພາບ ໃນລະຫວ່າງວັນທີ 5 ມິຖຸນາ –2 ກໍລະກົດ 2023 ຜົນປະກົດວ່າ:

ກຸ່ມ A : U-17 ປີຊາຍ ທີມຊາດລາວ, ເຢເມັນ, ມາເລເຊຍ ແລະ ໄທ ເຈົ້າພາບ, ນັດທີ 1 ທີມຊາດລາວ ພົບກັບ ໄທ ເຈົ້າພາບ, ນັດທີ 2  ທີມຊາດລາວ ພົບກັບ ເຢເມັນ, ນັດທີ 3 ທີມຊາດລາວ ພົບກັບ ມາເລເຊຍ.

ສ່ວນ ກຸ່ມ B : ສາທາລະນະລັດເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ

ກຸ່ມ C : ທາຈີກິສຖານ ຮອງແຊ້ມ, ອົດສະຕຣາລີ, ຊາອຸດິ ອາຣາເບຍ ແລະ ຈີນ

ກຸ່ມ D : ຍີ່ປຸ່ນ ແຊ້ມເກົ່າ, ອິນເດຍ, ຫວຽດນາມ ແລະ ອຸສເບກິສຖານ

ສຳລັບ ການແຂ່ງຂັນ 16 ທີມ ໃນຮອບສຸດທ້າຍ ແບ່ງອອກເປັນ 4 ກຸ່ມ, ກຸ່ມລະ 4 ທີມ, ແຂ່ງພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1, ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບນັອກເອົ້າ 8 ທີມສຸດທ້າຍຕໍ່ໄປ. ທີມທີ່ເຂົ້າຮອບ 4 ທີມສຸດທ້າຍຄັ້ງນີ້ ຈະໄດ້ເປັນຕົວແທນທະວີບອາຊີ ໄປແຂ່ງຂັນ U-17 ປີ ຊິງແຊ້ມໂລກ ໃນລະຫວ່າງວັນ 10 ພະຈິກ – 2 ທັນວາ 2023 ທີ່ປະເທດເປຣູ. ທີມຊາດລາວ U-17 ປີ ເຂົ້າມາແຂ່ງຂັນຮອບສຸດທ້າຍຄັ້ງນີ້ ຜ່ານການຄັດເລືອກເປັນອັນດັບສອງດີທີ່ສຸດທີມທີ 6 ຄັດເລືອກຢູ່ ກຸ່ມ I ທີ່ປະເທດກີກິສຖານ ຊະນະ 2 ເສຍ 1 ມີ 6 ຄະແນນ ເຂົ້າຮອບສຸດທ້າຍເປັນຄັ້ງທີ 3 ຕໍ່ຈາກປີ 2004 ທີ່ຍີ່ປຸ່ນ  ແລະ ປີ 2012 ທີ່ອີຣານ ເຊິ່ງສອງຄັ້ງຜ່ານມາ U-17 ປີຊາຍ ທີມຊາດລາວ ບໍ່ເຄີຍຜ່ານຮອບແບ່ງກຸ່ມ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Lao ff, AFC

Leave a Reply

Your email address will not be published. Required fields are marked *