ເຊີ ອາເລັກ ເຟີກູສັນ ອະດີດຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ແລະ ອາແຊນ ເວັນເກີ ອະດີດຜູ້ຈັດການທີມ ອາຣເຊນໍລ ກາຍເປັນສອງຜູ້ຈັດການທີມຄູ່ທຳອິດ ທີ່ຖືກຮັບເລືອກເຂົ້າຫໍກຽດຕິຍົດຂອງ ພຣີເມ່ຍລີກ ອັງກິດ ຫລື Premier League Hall of Fame ດ້ວຍຜົນງານ ຄຸນງາມຄວາມດີທັງໃນ ແລະ ນອກສະໜາມ ເຮັດໃຫ້ທັງສອງທ່ານໄດ້ຮັບການສັນລະເສີນ ແລະ ຖືກບັນທຶກຊື່ໃນຫໍກຽດຕິຍົດນີ້.
ສຳລັບ ເຊີ ອາເລັກ ເຟີກູສັນ ນັບຕັ້ງແຕ່ເຂົ້າມາຄຸມທັບປີສາດແດງໃນປີ 1986 ພາແມນຢູ ປະສົບຜົນສຳເລັດຫລາຍຢ່າງ ກາຍເປັນທີມຊັ້ນນຳຂອງປະເທດ ແລະ ໂລກ, ເຟີກີ້ ເປັນເຈົ້າຂອງສະຖິຕິພາທີມຊະນະຫລາຍສຸດໃນ ພຣີເມ່ຍລີກ 528 ນັດ ຈາກທັງໝົດ 810 ນັດ ກວາດ 1,752 ຄະແນນ, ພາທີມໄດ້ແຊ້ມ ພຣີເມ່ຍລີກ 13 ສະໄໝ, ໄດ້ລາງວັນຜູ້ຈັດການທີມດີເດັ່ນປະຈຳເດືອນ 27 ຄັ້ງ ແລະ ໄດ້ລາງວັນຜູ້ຈັດການທີມດີເດັ່ນ 11 ລະດູການ.
ຂະນະທີ່ ອາແຊນ ເວັນເກີ ມາຮັບງານໃນອັງກິດ ກັບ ເດີກັນເນີ້ ໃນປີ 1996 ເປັນຄູຝຶກຕ່າງຊາດຄົນທຳອິດທີ່ມາປ່ຽນໂສມບານໃນອັງກິດ ໂດຍສະເພາະ ການຕໍ່ບານທີ່ສວຍງາມ ແລະ ເດີນເກມບຸກຢ່າງລະທຶກໃຈ, ເວັນເກີ ພາ ອາຣເຊນໍລ ໄດ້ແຊ້ມ ພຣີເມ່ຍລີກ 3 ສະໄໝ ເປັນຕົ້ນລະດູການ 2003-04 ພາ ເດີກັນເນີ້ ເປັນແຊ້ມແບບໄຮ້ປະລາໄຊ, ເວັນເກີ ຄຸມທີມ 828 ນັດ ຊະນະ 476 ນັດ, ລາງວັນສ່ວນໂຕ ໄດ້ລາງວັນຜູ້ຈັດການທີມດີເດັ່ນປະຈຳເດືອນ 15 ຄັ້ງ ແລະ ໄດ້ລາງວັນຜູ້ຈັດການທີມດີເດັ່ນ 3 ລະດູການ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Premier League