ອິນໂດເນເຊຍ ຖືກຖອນສິດເປັນເຈົ້າພາບ ບານໂລກ ຊາຍ U-20 ປີ ໃນປີນີ້ ພາຍຫລັງມີເຫດການປະທ້ວງການເຂົ້າຮ່ວມຂອງ ອິດສະຣາແອນ

ຖືວ່າເປັນຂ່າວດ່ວນ ແລະ ເດັ່ນ ໃນວົງການບານເຕະລະດັບໂລກ ເມື່ອປະເທດອິນໂດເນເຊຍ ຖືກສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ຖອນສິດການເປັນເຈົ້າພາບ ເຕະບານຊາຍ ຊິງແຊ້ມໂລກ ຮຸ່ນອາຍຸບໍ່ເກີນ 20 ປີ (U-20 ) ທີ່ກຳລັງຈະເກີດຂຶ້ນໃນວັນທີ 20 ພຶດສະພາ – 11 ມິຖຸນາ ປີ 2023 ນີ້ ພາຍຫລັງມີເຫດການປະຊາຊົນໃນປະເທດປະທ້ວງການເຂົ້າຮ່ວມຂອງ ອິດສະຣາແອນ.

ກ່ອນໜ້ານີ້ ສະມາຄົມບານເຕະອິນໂດເນເຊຍ ໄດ້ປະກາດເລື່ອນການຈັບສະຫລາກຮອບແບ່ງກຸ່ມ ຮອບສຸດທ້າຍອອກໄປ ໃນວັນທີ 31 ມີນານີ້ ເນື່ອງຈາກອົງການປົກຄອງນະຄອນບາຫລີ ເມືອງເຈົ້າພາບ ໄດ້ແຈ້ງວ່າ: ມີປະຊາຊົນຈຳນວນຫລາຍສົມຄວນທີ່ນັບຖືສາສະໜາຮິນດູ ຮ່ວມກັນເດີນຂະບວນປະທ້ວງ ປະຕິເສດການເຂົ້າຮ່ວມຂອງທີມຊາດອິດສະຣາແອນ ທີ່ມີຄວາມຂັດແຍ່ງກັບປະເທດປາເລັສຕິນເລື່ອງສາສະໜາ ເຮັດໃຫ້ສ້າງຄວາມບໍ່ສະຫງົບ ແລະ ຍັງມີລາຍງານວ່າ: ປະຊາຊົນຈຳນວນໜຶ່ງຢູ່ນະຄອນຫລວງຈາກາຕ້າ ກໍຈະຮ່ວມກັນເດີນຂະບວນປະທ້ວງເລື່ອງນີ້ເຊັ່ນກັນ.

ຕໍ່ກັບບັນຫາດັ່ງກ່າວ ເຮັດໃຫ້ ສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ຈຶ່ງຕັດສິນໃຈຖອດສິດການເປັນເຈົ້າພາບຂອງອິນໂດເນເຊຍ ເຮັດໃຫ້ອິນໂດເນເຊຍ ພາດໂອກາດສ້າງປະຫວັດສາດເປັນເຈົ້າພາບລາຍການນີ້ຄັ້ງທຳອິດ ທັ້ງໆທີ່ວາງແຜນໄວ້ດົນສົມຄວນ ນັບຕັ້ງແຕ່ການຊະນະຊິງສິດເປັນເຈົ້າພາບໃນປີ 2019 ແລະ ຄາດຫວັງການເປັນເຈົ້າພາບເທື່ອນີ້ ຈະສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ ເປັນຕົ້ນວຽກງານການທ່ອງທ່ຽວ ແລະ ກິລາ ແຕ່ໂອກາດນີ້ຫລຸດໄປຢ່າງໜ້າເສຍດາຍ.

ສ່ວນ ເຈົ້າພາບໃໝ່ ທີ່ຈະມາແທນອິນໂດເນເຊຍ ຟີຟ້າ ກຳລັງພິຈາລະນາ ແລະ ຈະປະກາດໃຫ້ຊາບໃນມໍ່ໆນີ້, ສຳລັບ ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມໂລກ ຮອບສຸດທ້າຍໃນປີນີ້ ມີ 24 ທີມ ທີ່ຜ່ານການຄັດເລືອກແຕ່ລະຂົງເຂດ, ທີມອິດສະຣາແອນ ເຂົ້າມາຮອບສຸດທ້າຍໃນຖານະຮອງແຊ້ມ U-20 ປີ ຊິງແຊ້ມເອີຣົບຄັ້ງຫລ້າສຸດ ແລະ ເປັນໜຶ່ງໃນສອງນ້ອງໃໝ່ ທີ່ມາແຂ່ງຂັນ U-20 ປີ ຊິງແຊ້ມໂລກ ຮອບສຸດທ້າຍ ຄັ້ງທຳອິດ ຕໍ່ຈາກ ສາທາລະນະລັດ ໂດມີນີກັນ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Fifa

Leave a Reply

Your email address will not be published. Required fields are marked *