ການແຂ່ງຂັນເທັນນິສ ມາສເຕີ 1000 ລາຍການ Miami Open 2023 ທີ່ Miami Gardens ລັດ Florida, ສະຫະລັດ ອາເມຣິກາ ໃນວັນທີ 21 ມີນາ – ວັນທີ 2 ເມສານີ້ ຊິງເງິນລາງວັນລວມ 8 ລ້ານ 8 ແສນ ໂດລ່າສະຫະລັດ.
ປະເພດຍິງດ່ຽວ ຮອບ 8 ຄົນສຸດທ້າຍ ຄູ່ທີ່ໜ້າສົນໃຈ ເຈັສຊີກ້າ ເປກູລ້າ ມື 3 ຂອງລາຍການ ຈາກເຈົ້າພາບ ແຊງຊະນະ ອານາຕາເຊຍ ໂປຕາໂປວ້າ ມື 27 ຈາກຣັດເຊຍ 2-1 ເຊັດ: 4-6, 6-3, 7-6(7/2) ເຂົ້າຮອບ 4 ຄົນສຸດທ້າຍ ໄປພົບກັບ ເອເລນ້າ ຣີບາກີນ້າ ມື 7 ຂອງໂລກ ຈາກຄາຊັກສະຖານ ທີ່ຫາກໍໄດ້ແຊ້ມ Indian Wells Masters ອາທິດຜ່ານມາ ທີ່ເອົາຊະນະ ມາຣຕີນ້າ ເທຣວີຊານ ມື 25 ຂອງລາຍການ ຈາກອີຕາລີ 2-0 ເຊັດ: 6-3, 6-0.
ຂະນະທີ່ ອາຣີນ້າ ຊາບາເຣັນກ້າ ມື 2 ຂອງລາຍການ ຈາກເບລາຣຸສ ພາດທ່າເສຍໃຫ້ ໂຊຣານ້າ ຄຣິສເຕຍ ອັນດັບ 74 ຂອງໂລກ ຈາກຣູມານີ້ 0-2 ເຊັດ: 4-6 ທັງສອງເຊັດ.
ປະເພດຊາຍດ່ຽວ ຮອບ 8 ຄົນສຸດທ້າຍ ຢານນິກ ຊິນເນີ້ ມື 10 ຂອງລາຍການ ຈາກອີຕາລີ ຊະນະ ອີມິວ ຣູຊູວູໂອຣີ້ ອັນດັບ 54 ຂອງໂລກ ຈາກແຟັງລັງ ທີ່ເຂົ້າມາເຖິງຮອບນີ້ ລະດັບມາສເຕີ 1000 ຄັ້ງທຳອິດໃນອາຊີບ 2-0 ເຊັດ: 6-3, 6-1 ຮອບ 4 ຄົນສຸດທ້າຍ ລໍຖ້າພົບກັບຜູ້ຊະນະລະຫວ່າງ ຄາຣລັອສ ອາວຄາຣາຊ ມື 1 ຂອງໂລກຈາກແອັສປາຍ ແຊ້ມ Indian Wells Masters ອາທິດຜ່ານມາ ຫລື ເທເລີ ຟຣິດ ມື 9 ຂອງລາຍການ ຈາກເຈົ້າພາບ.