ທີມຍິງ ບາຣຊ້າ ແລະ ອາຣເຊນໍລ ເຂົ້າຮອບ 4 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ ເພດຍິງ 2022-23

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ເພດຍິງ ລະດູການ 2022-23 ຮອບ 8 ທີມສຸດທ້າຍ ນັດທີສອງ ຄືນວັນທີ 29 ມີນາຜ່ານມາ, ທີມຍິງ ບາຣເຊໂລນ້າ ແຊ້ມ 1 ສະໄໝ ເປີດບ້ານຖະຫລົ່ມ ໂຣມ້າ 5-1 ລວມຜົນສອງນັດ ບາຣຊ້າ ຊະນະ 6-1 ເຂົ້າຮອບຮອງຊະນະເລີດ ລໍຖ້າພົບກັບຜູ້ຊະນະລະຫວ່າງ ໂອລິມປິກ ລີຢົງ ແຊ້ມເກົ່າ ຫລື ເຊວຊີ ທີ່ຈະແຂ່ງຂັນໃນຄໍ່າຄືນນີ້ ເວລາ 2:00.

ຂະນະທີ່ ທີມຍິງ ອາຣເຊນໍລ ແຊ້ມ 1 ສະໄໝ ເປີດບ້ານເອົາຊະນະ ທີມຍິງຂອງ ບາເຢິນ ມິວນິກ 2-0 ລວມຜົນສອງນັດ ອາຣເຊນໍລ ຊະນະ 2-1 ເຂົ້າຮອບ 4 ທີມສຸດທ້າຍ ລໍຖ້າພົບກັບຜູ້ຊະນະລະຫວ່າງ ໂວຟບວກ ແຊ້ມ 2 ສະໄໝ ຫລື ປາຣີ ແຊັງແຊກແມັງ ທີ່ຈະແຂ່ງຂັນໃນຄໍ່າຄືນນີ້ ເວລາ 23:45.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: UEFA Women’s Champions League

Leave a Reply

Your email address will not be published. Required fields are marked *