ແມັດເວເດັຟ ແຊ້ມເກົ່າ ມື 1 ຂອງໂລກ ເສຍໃຫ້ຮອງແຊ້ມ ວິມເບີດັນ 2022 ຕົກຮອບ 16 ຄົນສຸດທ້າຍ! ເທັນນິສ ແກຣນສະແລມ US Open 2022

ການແຂ່ງຂັນເທັນນິສ ແກຣນສະແລມ ຢູເອັສ ໂອເພັນ 2022 ທີ່ນິວຢ໊ອກ ສະຫະລັດ ອາເມຣິກາ ປະເພດຊາຍດ່ຽວ ຮອບທີ 4 ຫລື ຮອບ 16 ຄົນສຸດທ້າຍ ດານິວ ແມັດເວເດັຟ ແຊ້ມເກົ່າ ມື 1 ຂອງໂລກຈາກຣັດເຊຍ ພາດທ່າເສຍໃຫ້ ນິກ ຄີເຣຍອັອສ ຮອງແຊ້ມ ວິມເບີດັນ 2022 ຈາກອົດສະຕຣາລີ ມື 23 ຂອງລາຍການ 1-3 ເຊັດ: 6-7(11-13), 6-3, 3-6, 2-6 ຄີເຣຍອັອສ ເຂົ້າຮອບ 8 ຄົນສຸດທ້າຍ ຢູເອັສ ໂອເພັນເປັນຄັ້ງທຳອິດ ໄປພົບກັບ ຄາເຣັນ ຄາຊານັອຟ ມື 27 ຂອງລາຍການອີກໜຶ່ງນັກກິລາຈາກຣັດເຊຍ ທີ່ຊະນະ ປາໂບ ຄາເນໂຣ້ ບັສຕ້າ ຈາກແອັສປາຍ ມື 12 ຂອງລາຍການ 3-2 ເຊັດ. ຂະນະທີ່ ແຄັສເປີ ຣຸດ ມື 5 ຈາກນອກແວ ແລະ ມັດຕີໂອ້ ແບຣັດຕີນີ້ ມື 13 ຈາກອີຕາລີ ກໍຜ່ານໄດ້.

ປະເພດຍິງດ່ຽວ ຮອບ 16 ຄົນສຸດທ້າຍ: ໂກໂກ້ ກັອຟ ດາວເດັ່ນ ໄວ 18 ປີ ຂວັນໃຈເຈົ້າພາບ ມື 12 ຂອງລາຍການ ຊະນະ ຈາງສ່ວຍ ອັນດັບ 36 ຂອງໂລກຈາກຈີນ 2-0 ເຊັດ: 7-5 ທັງສອງເຊັດ ຮອບ 8 ຄົນສຸດທ້າຍ ຢູເອັສ ໂອເພັນເປັນຄັ້ງທຳອິດ ໄປພົບກັບ ຄາໂຣລາຍ ກາເຊຍ ມື 17 ຂອງລາຍການຈາກຝຣັ່ງ ແຊ້ມ ມາສເຕີ 1000 ລາຍການຫລ້າສຸດ. ຂະນະທີ່ ອອນ ຈາເບີ ມື 5 ຂອງລາຍການຈາກຕູນີຊີ້ ກໍຜ່ານໄດ້.

Photo: US Open Tennis Championships

Leave a Reply

Your email address will not be published. Required fields are marked *