ຢຸດບໍ່ຢູ່! ຣີບາກີນ້າ ທະລຸເຂົ້າຮອບ 4 ຄົນສຸດທ້າຍ ເທັນນິສ Miami Open 2023

ການແຂ່ງຂັນເທັນນິສ ມາສເຕີ 1000 ລາຍການ Miami Open 2023 ທີ່ Miami Gardens ລັດ Florida, ສະຫະລັດ ອາເມຣິກາ ໃນວັນທີ 21 ມີນາ – ວັນທີ 2 ເມສານີ້ ຊິງເງິນລາງວັນລວມ 8 ລ້ານ 8 ແສນ ໂດລ່າສະຫະລັດ.

ປະເພດຍິງດ່ຽວ ຮອບ 8 ຄົນສຸດທ້າຍ ຄູ່ທີ່ໜ້າສົນໃຈ ເອເລນ້າ ຣີບາກີນ້າ ມື 7 ຂອງໂລກ ຈາກຄາຊັກສະຖານ ທີ່ຫາກໍໄດ້ແຊ້ມ Indian Wells Masters ອາທິດຜ່ານມາ ຍັງຜົນງານດີຕໍ່ເນື່ອງ ເອົາຊະນະ ມາຣຕີນ້າ ເທຣວີຊານ ມື 25 ຂອງລາຍການ ຈາກອີຕາລີ 2-0 ເຊັດ: 6-3, 6-0 ຮອບ 4 ຄົນສຸດທ້າຍ ລໍຖ້າພົບກັບຜູ້ຊະນະລະຫວ່າງ ເຈັສຊີກ້າ ເປກູລ້າ ມື 3 ຈາກເຈົ້າພາບ ຫລື ອານາຕາເຊຍ ໂປຕາໂປວ້າ ມື 27 ຈາກຣັດເຊຍ.

ສ່ວນ ປະເພດຊາຍດ່ຽວ ຮອບທີ 4 ຄາຣລັອສ ອາວຄາຣາຊ ມື 1 ຂອງໂລກຈາກແອັສປາຍ ແຊ້ມ Indian Wells Masters ອາທິດຜ່ານມາ ຟອມດີເຊັ່ນກັນ ຊະນະ ທອມມີ້ ພໍລ ມື 16 ຂອງລາຍການຈາກເຈົ້າພາບ 2-0 ເຊັດ: 6-4 ທັງສອງເຊັດ ຮອບ 8 ຄົນສຸດທ້າຍ ໄປພົບກັບ ເທເລີ ຟຣິດ ມື 9 ຂອງລາຍການ ອີກໜຶ່ງນັກກິລາຈາກເຈົ້າພາບ ທີ່ຜ່ານ ໂຮເກີ ຣຸນ ມື 7 ຈາກດານມາກ 2-0 ເຊັດ: 6-3, 6-4.

ຂະນະທີ່ ສະເຕຟານັອສ ຊິດຊີປັສ ມື 2 ຈາກເກຣັກ ແລະ ອັງເດຣ ຣູເບັຟ ມື 6 ຈາກຣັດເຊຍ ຕົກຮອບ.

Leave a Reply

Your email address will not be published. Required fields are marked *