ລີໂອເນວ ເມັສຊີ້ ສູນໜ້າກັບຕັນທີມຊາດອາເຈນຕິນ້າ (ອາກຊັງຕິນ) ຈາກສະໂມສອນ ປາຣີ ແຊັງແຊກແມັງ ຍິງແຮັດທຣິກ ຊ່ວຍທັບຟ້າຂາວທີມຊາດອາກຊັງຕິນ ເປີດບ້ານຖະຫລົ່ມ ທີມຊາດຄູຣາເຄົາ ອັນດັບ 86 ຂອງໂລກ ຈາກຂົງເຂດຄອນຄາເຄັຟ ເຖິງ 7-0 ກາຍເປັນແຮັດທຣິກທີ 9 ກັບທີມຊາດ ແລະ ເປັນປະຕູທີ 102 ຈາກການລົງຫລິ້ນ 174 ນັດ ກັບແຊ້ມໂລກ 2022 ເປັນນັກເຕະຄົນທີ 3 ຂອງໂລກ ຍິງໃຫ້ທີມຊາດຫລັກ 100 ປະຕູ ຕໍ່ຈາກ ອາລີ ດາອີ ອະດີດສູນໜ້າທີມຊາດອີຣານ 109 ປະຕູ ແລະ ຄຣິສເຕຍໂນ້ ໂຣນາວໂດ້ ສູນໜ້າທີມຊາດປັອກຕຸຍການ 122 ປະຕູ.
ພ້ອມກັນນີ້ ເມັສຊີ້ ເປັນນັກເຕະຄົນທີ 2 ຂອງໂລກ ຍິງຫລັກ 800 ປະຕູ ຕໍ່ຈາກ CR7 ຄຣິສເຕຍໂນ້ ໂຣນາວໂດ້ ລວມແລ້ວ 14 ນັດຫລັງສຸດ ເມັສຊີ້ ໄວ 35 ປີ ຍິງ 21 ປະຕູ 7 ແອັສຊິສ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Selección Argentina