ທີມຊາດລາວ ກຽມແກ້ມືກັບ ທີມຊາດເນປານ ໃນຮອບຊິງເຕະບານ ຊິງຂັນນາຍົກລັດຖະມົນຕີ ເນປານ 2023

ທີມຊາດລາວ ຊຸດໃຫຍ່ ກຽມແກ້ມືກັບ ທີມຊາດເນປານ ເຈົ້າພາບ ໃນຮອບຊິງຊະນະເລີດ ການແຂ່ງຂັນເຕະບານອຸ່ນເຄື່ອງລະດັບທີມຊາດ ໄລຍະຟີຟ້າເດ ຊິງຂັນນາຍົກລັດຖະມົນຕີ ເນປານ ໃນລະຫວ່າງວັນທີ 22–31 ມີນາ 2023 ນີ້, ພາຍຫລັງ ນັດຫລ້າສຸດ ທີມຊາດພູຖານ (ບູຖານ) ສະເໝີກັບ ເນປານ ເຈົ້າພາບ 1-1 ເຮັດໃຫ້ ທີມຊາດລາວ ມີ 3 ຄະແນນ ຈາກ 2 ນັດ, ເນປານ ມີ 4 ຄະແນນ ຈາກ 2 ນັດ ມາພົບກັນອີກຄັ້ງໃນຮອບຊິງ, ຂະນະທີ່ ພູຖານ ມີ 1 ຄະແນນ ຈາກ 2 ນັດ ອົດເຂົ້າຊິງຊະນະເລີດ.

ຮອບຊິງຊະນະເລີດ ຈະແຂ່ງຂັນໃນວັນທີ 31 ມີນານີ້ ເວລາ 18:45 ທີ່ສະໜາມ Dasharath Rangasala ໃນນະຄອນຫລວງ Kathmandu. ຄູ່ນີ້ ພົບກັນໃນຮອບທຳອິດ ວັນທີ 22 ມີນາຜ່ານມາ ເນປານ ເຈົ້າພາບ ຊະນະ ທີມຊາດລາວ 2-0.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Lao ff

Leave a Reply

Your email address will not be published. Required fields are marked *