ແມັກໂທມີເນ ຍິງສອງປະຕູ ຊ່ວຍທີມຊາດສະກັອດແລນ ຊະນະ ສະເປນ ໃນຮອບ 39 ປີ ຢູໂຣ 2024 ຮອບຄັດເລືອກ

ເຕະບານ ຢູໂຣ 2024 ຮອບຄັດເລືອກ ກຸ່ມ A ຄືນວັນທີ 28 ມີນາຜ່ານມາ, ທີມຊາດສະກັອດແລນ ຟອມດີຕໍ່ເນື່ອງ ເປີດບ້ານເອົາຊະນະ ທັບກະທິງດຸ ທີມຊາດສະເປນ (ແອັສປາຍ) 2-0 ສະກັອດ ແມັກໂທມີເນ ກອງກາງຈາກ ແມນເຊັສເຕີ ຢູໄນເຕັດ ໂຊຟອມເດັ່ນ ຍິງສອງປະຕູ ສອງນັດຕິດຕໍ່ກັນ, ກ່ອນໜ້ານີ້ ຍິງໄດ້ນັດຊະນະ ໄຊປຣັສ 3-0.

+ ສະກັອດແລນ ຊະນະ ແອັສປາຍ ຄັ້ງທຳອິດໃນຮອບ 39 ປີ ຕໍ່ຈາກປີ 1984 ແລະ ຊະນະຄູ່ຕໍ່ສູ້ໃນບ້ານ 5 ນັດລວດ ໃນຮອບ 16 ປີ.

ຂະນະທີ່ ຊັອກຊີ້ ສະເໝີກັບ ນອກແວ 1-1 ກຸ່ມນີ້ ສະກັອດແລນ ເປັນທີມນຳ ຊະນະສອງນັດລວດ, ແອັສປາຍ ແຂ່ງ 2 ນັດ ມີ 3 ຄະແນນ, ຊັອກຊີ້ ແລະ ນອກແວ ມີ 1 ຄະແນນ, ໄຊປຣັສ ຍັງບໍ່ມີຄະແນນ.

ກຸ່ມ D ຕູຣາເຄຍ ເສຍໃຫ້ ໂຄຣອາຊີ້ 0-2, ເວວ ຊະນະ ລັດວີ້ 1-0, ກຸ່ມ I ສະວິດເຊີແລນ ຊະນະ ອິດສະຣາແອນ 3-0, ຣູມານີ້ ຊະນະ ເບລາຣຸສ 2-1 ແລະ ໂຄໂຊໂວ້ ສະເໝີກັບ ອັນດໍຣ້າ 1-1. ຢູໂຣ 2024 ຮອບຄັດເລືອກ ຈະກັບມາແຂ່ງຂັນໃນເດືອນມິຖຸນາປີນີ້.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Scotland National Team

Leave a Reply

Your email address will not be published. Required fields are marked *