ຣີບາກີນ້າ ຟອມດີຕໍ່ເນື່ອງ ເຂົ້າຮອບ 8 ຄົນສຸດທ້າຍ ເທັນນິສ Miami Open 2023

ການແຂ່ງຂັນເທັນນິສ ມາສເຕີ 1000 ລາຍການ Miami Open 2023 ທີ່ Miami Gardens ລັດ Florida, ສະຫະລັດ ອາເມຣິກາ ໃນວັນທີ 21 ມີນາ – ວັນທີ 2 ເມສານີ້ ຊິງເງິນລາງວັນລວມ 8 ລ້ານ 8 ແສນ ໂດລ່າສະຫະລັດ.

ປະເພດຍິງດ່ຽວ ຮອບ 16 ຄົນສຸດທ້າຍ ຄູ່ທີ່ໜ້າສົນໃຈ ເອເລນ້າ ຣີບາກີນ້າ ມື 7 ຂອງໂລກ ຈາກຄາຊັກສະຖານ ທີ່ຫາກໍໄດ້ແຊ້ມ Indian Wells Masters ອາທິດຜ່ານມາ ຍັງຜົນງານດີຕໍ່ເນື່ອງ ເອົາຊະນະ ເອລິສ ເມີເທັ້ນ ອັນດັບ 39 ຂອງໂລກຈາກແບນຊິກ 2-0 ເຊັດ: 6-4, 6-3 ເຂົ້າຮອບ 8 ໄປພົບກັບ ມາຣຕີນ້າ ເທຣວີຊານ ມື 25 ຂອງລາຍການ ຈາກອີຕາລີ ທີ່ເອົາຊະນະ ເຢເລນ້າ ອັອສຕາເປັນໂກ້ ມື 24 ຈາກລັດວີ້ 2-0 ເຊັດ: 6-3 ທັງສອງເຊັດ.

ຂະນະທີ່ ອາຣີນ້າ ຊາບາເຣັນກ້າ ມື 2 ຈາກເບລາຣຸສ ແລະ ເຈັສຊີກ້າ ເປກູລ້າ ມື 3 ຈາກເຈົ້າພາບ ກໍຜ່ານໄດ້.

ສ່ວນ ປະເພດຊາຍດ່ຽວ ຮອບທີ 3 ຄາຣລັອສ ອາວຄາຣາຊ ມື 1 ຂອງໂລກຈາກແອັສປາຍ ແຊ້ມ Indian Wells Masters ອາທິດຜ່ານມາ ຜ່ານ ດູຊານ ລາໂດວິກ ອັນດັບ 76 ຂອງໂລກ ຈາກແຊັກບີ້ 2-0 ເຊັດ: 6-0, 7-6(7/5) ເຂົ້າຮອບ 16 ຄົນສຸດທ້າຍ ພົບກັບ ທອມມີ້ ພໍລ ມື 16 ຂອງລາຍການ ຈາກເຈົ້າພາບ, ຂະນະທີ່ ສະເຕຟານັອສ ຊິດຊີປັສ ມື 2 ຈາກເກຣັກ ກໍຜ່ານໄດ້ ເໝືອນກັບ ດານິວ ແມັດເວເດັຟ ແລະ ອັງເດຣ ຣູເບັຟ, ສ່ວນ ແຄັສເປີ ຣຸດ ແລະ ຟິລິບ ອໍແກ ອາເລຍຊິມ ຕົກຮອບ.

Leave a Reply

Your email address will not be published. Required fields are marked *