ຟີຟ້າ ເພີ່ມເງິນຊ່ວຍສະໂມສອນ ເພື່ອປ່ອຍນັກກິລາໄປຮັບໃຊ້ທີມຊາດ ລຸຍ ບານໂລກ!

ສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ນຳໂດຍ ປະທານ ຈານນີ້ ອິນຟານຕິໂນ້ ໄດ້ຢືນຢັນວ່າ: ຟີຟ້າ ໄດ້ຕົກລົງເຫັນດີເພີ່ມເງິນຊ່ວຍເຫລືອບັນດາສະໂມສອນຕ່າງໆ ທີ່ປ່ອຍນັກກິລາໄປຮັບໃຊ້ທີມຊາດ ລຸຍ ບານໂລກ ຮອບສຸດທ້າຍ ໂດຍສະເພາະ ບານໂລກ ສອງຄັ້ງຕໍ່ໄປ 2026 ແລະ 2030 ຈາກຄັ້ງຫລ້າສຸດ 2022 ຟີຟ້າຈ່າຍໃຫ້ 209 ລ້ານໂດລາສະຫະລັດ ມາເປັນ 355 ລ້ານໂດລາ.

ສ່ວນ ບານໂລກ ເພດຍິງ ຟີຟ້າ ກໍກຳລັງພິຈາລະນາໃຫ້ການຊ່ວຍເຫລືອເຊັ່ນດຽວກັນ, ລວມໄປເຖິງ ເນື້ອໃນຮູບແບບໃໝ່ ການແຂ່ງຂັນເຕະບານ ຊິງແຊ້ມສະໂມສອນໂລກ ທັງເພດຍິງ ແລະ ເພດຊາຍ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Fifa

Leave a Reply

Your email address will not be published. Required fields are marked *