ຄູອາຈານ ແລະ ອາດີດນັກສຶກສາຄະນະສະຖາປັດຕະຍະກຳສາດ ລຸ້ນທີ 19 ໄດ້ສ້າງຂະບວນການເຕະບານມິດຕະພາບ ເພື່ອສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງ ຄູອາຈານ, ອາດີດຄູອາຈານອາວຸໂສ ແລະ ອາດີດນັກສຶກສາດ້ວຍກັນ ໂດຍສະເພາະນກສຶກສາເຄຫາ ຫຼັກ5 ລຸ້ນທີ 19, ທັງເປັນການສະແດງຄວາມຮູ້ບຸນຄຸນຕໍ່ສະຖາບັນ ແລະ ຄູອາຈານ ທີ່ໄດ້ຖ່າຍທອດວິຊາຄວາມຮູ້ ໃຫ້ແກ່ນັກສຶກສາ.
ກິດຈະກຳນີ້ ຈັດຂຶ້ນໃນທ້າຍອາທິດຜ່ານມານີ້ ທີ່ເດີ່ນກິລາຄະນະສະຖາປັດຕະຍະກຳສາດ, ມະຫາວິທະຍາໄລແຫ່ງຊາດ, ກິດຈະກຳນີ້ ດຳເນີນໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ຄວາມຮັກແພງສາມັກຄີ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
ຂ່າວ: ມິ່ງແກ້ວ, ພາບ: ອຸໄທລັດ