ເຕະບານ ຢູໂຣ 2024 ຮອບຄັດເລືອກ ກຸ່ມ B ຄືນວັນທີ 27 ມີນາຜ່ານມາ, ທີມຊາດຝຣັ່ງ ບຸກໄປຊະນະ ທີມຊາດສາທາລະນະລັດໄອແລນ (ອຽກລັງ) ແບບຫວຸດວິດ 1-0 ຈາກປະຕູໄຊຂອງ ເບັນຈາແມັງ ປາວາ ກອງຫລັງຈາກ ເສືອໃຕ້ ບາເຢິນ ມິວນິກ ນາທີ 50′, ຂະນະທີ່ ເນເທີແລນ (ໂຮນລັງ) ເປີດບ້ານຊະນະ ຈີບາວຕ້າ 3-0.
ກຸ່ມນີ້ ຝຣັ່ງ ເປັນທີມນຳ ຊະນະສອງນັດລວດ, ເກຣັກ ແຂ່ງ 1 ນັດ ມີ 3 ຄະແນນ, ໂຮນລັງ ແຂ່ງ 2 ນັດ ມີ 3 ຄະແນນ, ສ່ວນ ອຽກລັງ ແລະ ຈີບາວຕ້າ ຍັງບໍ່ມີຄະແນນ.
ກຸ່ມ E ໂປໂລຍ ຊະນະ ອານບານີ້ 1-0, ມອນໂດວ້າ ສະເໝີກັບ ສາທາລະນະລັດເຊັກ 0-0, ກຸ່ມ F ສະວີເດັນ (ຊູແອັດ) ຊະນະ ອາເຊີໄບຈັນ 5-0, ໂອຕຣິດ ຊະນະ ເອັສໂຕນີ້ 2-1, ກຸ່ມ G ຮົງກາຣີ ຊະນະ ບຸນກາຣີ 3-0 ແລະ ມອນເຕເນໂກ ເສຍໃຫ້ ແຊັກບີ້ 0-2.
ຄືນນີ້ (28 ມີນາ 2023) ຈະມີແຂ່ງຂັນ 7 ຄູ່, ຄູ່ທີ່ໜ້າສົນໃຈ: ກຸ່ມ A: ສະກັອດແລນ ພົບ ແອັສປາຍ ເວລາ 1:45.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Seleções de Portugal