ໂກກິ ວາຕານາເບະ ຍີ່ປຸ່ນຄົນທຳອິດໄດ້ແຊ້ມດອກປີກໄກ່ ຊາຍດ່ຽວ Swiss Open 2023

ໂກກິ ວາຕານາເບະ ນັກກິລາດອກປີກໄກ່ ໄວ 24 ປີ ອັນດັບ 37 ຂອງໂລກ ກາຍເປັນຊາວຍີ່ປຸ່ນຄົນທຳອິດ ໄດ້ແຊ້ມດອກປີກໄກ່ ຊາຍດ່ຽວ ລາຍການ Swiss Open ປະຈຳປີ 2023 ໃນທ້າຍອາທິດຜ່ານມາ ພາຍຫລັງຮອບຊິງຊະນະເລີດເອົາຊະນະ ຈູທ່ຽນເສິນ ມື 3 ຂອງລາຍການ ແລະ ເປັນມື 6 ຂອງໂລກ ຈາກໄຕ້ຫວັນ 2-0 ເກມ: 22-20, 18-21, 21-12, ໂກກິ ວາຕານາເບະ ໄດ້ແຊ້ມລະດັບ Super 300 ລາຍການທຳອິດໃນອາຊີບ.

ຂະນະທີ່ ປະເພດຍິງດ່ຽວ ພອນປະວີ ຊໍ້ຊູວົງ ອັນດັບ 11 ຂອງໂລກຈາກໄທ ໄວ 25 ປີ ກາຍເປັນນັກກິລາດອກປີກໄກ່ ຍິງດ່ຽວໄທຄົນທຳອິດໃນຮອບ 64 ປີ ທີ່ໄດ້ແຊ້ມລາຍການນີ້ 2-0 ເກມ: 21-16 ແລະ 21-18. ສ່ວນແຊ້ມປະເພດຄູ່ຍິງເປັນຂອງຍີ່ປຸ່ນ, ຄູ່ຊາຍ ເປັນຂອງອິນເດຍ ແລະ ຄູ່ປະສົມ ເປັນຂອງຈີນ.

ດອກປີກໄກ່ລະດັບໂລກ ລາຍການຕໍ່ໄປ Spain Masters ລະດັບ Super 300 ຊິງເງິນລາງວັນລວມ 210,000 ໂດລາສະຫະລັດ ຢູ່ນະຄອນຫລວງມາດຣິດ ປະເທດແອັສປາຍ ວັນທີ 28 ມີນາ ຫາວັນທີ 2 ເມສານີ້.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: BWF

Leave a Reply

Your email address will not be published. Required fields are marked *