ການແຂ່ງຂັນລົດຈັກທາງລຽບ ຊິງແຊ້ມໂລກ ປະຈຳປີ 2023 ສະໜາມທຳອິດ ທຳການແຂ່ງຂັນໃນທ້າຍອາທິດຜ່ານມາ ລາຍການ ປໍຕູກິສ ກຣັງປຣີ (Portuguese Grand Prix) ທີ່ສະໜາມ Algarve International ປະເທດປັອກຕຸຍການ ຄວາມຍາວຕໍ່ຮອບ 4.592 ແມັດ ແຂ່ງທັງໝົດ 25 ຮອບ.
ປະກົດວ່າ: ຟຣານເຊັສໂກ້ ແບັກໄນອາ (ບານາຢ້າ) ແຊ້ມເກົ່າຊາວອີຕາລີ ໄວ 26 ປີ ຈາກຄ້າຍດູຄາຕິ ອອກໂຕເປັນຄົນທີສອງ ແຕ່ປະຄອງລົດຄູ່ໃຈເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 41 ນາທີ 25.401 ວິນາທີ ເອົາຊະນະ ມາເວຣິກ ວິນາເລັສ ຊາວແອັສປາຍ ຈາກຄ້າຍອາພຣີເລຍ ພຽງສ້ຽວວິນາທີ 0.687 ໄດ້ແຊ້ມສະໜາມນີ້ ເປັນຄັ້ງທຳອິດ, ທີ 3 ເປັນຂອງ ມາຣໂກ້ ເບັຊແຊັກຄີ້ ຊາວອີຕາລີ ຈາກຄ້າຍດູຄາຕິ ຕາມຫລັງເກືອບ 3 ວິນາທີ.
ຂະນະທີ່ ມາກ ມາຣເກັຊ ແຊ້ມໂລກ 6 ສະໄໝ ຊາວແອັສປາຍ ຈາກທີມຮອນດ້າ ເຈົ້າຂອງຕຳແໜ່ງໂພໂປຊີຊັ່ນ ແຂ່ງບໍ່ຈົບ ເກີດອຸບັດຕິເຫດຕຳກັບ ມິເກວ ໂອລິເວຣ້າ ໃນຮອບທີສອງ, ສ່ວນ ຟາບີໂອ ກົວຕາຣາໂຣ້ ແຊ້ມໂລກ ປີ 2021 ຊາວຝຣັ່ງ ຈາກຄ້າຍຢາມາຮ່າ ຈົບອັນດັບທີ 8 ຕາມຫລັງແຊ້ມ 8 ກວ່າວິນາທີ.
ສ່ວນ ການແຂ່ງຂັນ Sprint 12 ຮອບ ບານາຢ້າ ກໍຍັງຜົນດີ ໄດ້ອັນດັບທີໜຶ່ງ ເກັບ 12 ຄະແນນ ລວມເປັນ 37 ຄະແນນ, ທີສອງ ຈັອສ ມາຣຕິນ ໄດ້ 9 ຄະແນນ ແລະ ທີສາມ ມາກ ມາເກັຊ ໄດ້ 7 ຄະແນນ.
ສຳລັບສະໜາມທີສອງ ຈະແຂ່ງຂັນທ້າຍອາທິດນີ້ ວັນທີ 31 ມີນາ ຫາວັນທີ 2 ເມສາ ລາຍການ Argentine Republic Grand Prix ທີ່ສະໜາມ Autódromo Termas de Río Hondo ປະເທດອາກຊັງຕິນ.
ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌
Photo: Fifa
Photo: MotoGP